ຮູ້ທັນພະຍາດຫລອດເລືອດຫົວໃຈຕີບ

- ສັນຍານເຕືອນພະຍາດຫລອດເລືອດຫົວໃຈຕີບຈາກອາການເລືອດຂຸ້ນໜຽວ ມີດັ່ງນີ້ :
- ເຈັບໜັກໆຄືກັບມີຫຍັງມາທັບ ຫລື ຮັດ.
- ຫາຍໃຈຫອບ ນອນຫງາຍບໍ່ໄດ້.
- ແໜ້ນ ອຶດອັດ ຫາຍໃຈເຂົ້າບໍ່ເຕັມປອດ.
- ເມື່ອຍງ່າຍ, ໃຈສັ່ນ, ເຫື່ອອອກຫລາຍ.
- ໜ້າມືດ ເປັນວິນ ວິນຫົວ.
- ສາເຫດທີ່ເຮັດໃຫ້ເປັນພະຍາດຫລອດເລືອດຫົວໃຈຕີບ :
- ກິນອາຫານທີ່ຜ່ານວິທີການປຸງແຕ່ງໂດຍການຈືນ, ອາຫານມັນ, ອາຫານຍ່ອຍຍາກ, ລົດຊາດເຜັດເຄັມຫລາຍ ເຮັດໃຫ້ເກີດການສະສົມຂອງເສຍໃນເລືອດ.
- ເລືອດມີຄວາມຮ້ອນຫລາຍຂຶ້ນ ດົນໄປເລືອດຈະຂຸ້ນ ແລະ ໜຽວ ແລ້ວໄປຕິດຢູ່ຕາມຜິວໜັງຫລອດເລືອດ ສົ່ງຜົນໃຫ້ ຫລອດເລືອດຕີບ ແລະ ແຄບລົງ.
- ແນວທາງການປິ່ນປົວ :
- ກຸ່ມຢາຫລຸດໄຂມັນ : ກັດໄຂມັນ ຫລື ຂອງເສຍທີ່ຈັບຢູ່ຕາມຜິວໜັງຫລອດເລືອດ.
- ກຸ່ມຢາໄລ່ນ້ຳຍ່ຽວ : ລະບາຍຂອງເສຍໃນເລືອດ ແລະ ຄວາມຮ້ອນສ່ວນເກີນອອກ.
- ກຸ່ມຢາບຳລຸງເລືອດ : ກະຕຸ້ນການສ້າງເລືອດ ເຮັດໃຫ້ເລືອດສົມບູນ.
ແນວໃດກໍຕາມ, ທີ່ກ່າວມາຂ້າງເທິງນັ້ນເປັນຄວາມຮູ້ໃນເບື້ອງຕົ້ນທີ່ທຸກຄົນຄວນຮູ້ ແລະ ຫາກມີອາການຜິດປົກກະຕິໃດ ໜຶ່ງທີ່ໜ້າສົງໄສ ຄວນຮີບໄປພົບແພດ ເພື່ອຮັບການກວດ ບົ່ງມະຕິ ແລະ ປິ່ນປົວຢ່າງຖືກຕ້ອງຕໍ່ໄປ.

