ປະທານສານປະຊາຊົນສູງສຸດ ເຂົ້າຮ່ວມກອງປະຊຸມປະທານສານສູງອາຊີ-ປາຊີຟິກ ຄັ້ງທີ 18 ທາງອອນລາຍ ເພື່ອແລກປ່ຽນ-ຫາລືວຽກງານສານ

ໃນລະຫວ່າງ ວັນທີ 16-17 ພະຈິກ 2022 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມປະທານສານສູງອາຊີ-ປາຊີຟິກ ຄັ້ງທີ 18 ທາງໄກ (ອອນລາຍ) ໂດຍແມ່ນເຂດບໍລິຫານພິເສດຮົງກົງເປັນເຈົ້າພາບ ຊຶ່ງມີບັນດາປະເທດອາຊຽນ ແລະ ອາຊີ-ປາຊີຟິກ ເຂົ້າຮ່ວມ.
ທ່ານ ນາງ ວຽງທອງ ສີພັນດອນ ກ່າວຕໍ່ກອງປະຊຸມວ່າ: ເພື່ອເປັນການແລກປ່ຽນຄວາມຄິດຄວາມເຫັນ, ບົດຮຽນ ແລະ ປະສົບການໃນການພັດທະນາລະບົບສານ, ລະບົບການດຳເນີນຄະດີ, ການບໍລິຫານສານ-ບໍລິຫານຄະດີ ແລະ ບັນດາຫົວຂໍ້ຍ່ອຍ ທີ່ເປັນຜົນປະໂຫຍດຕໍ່ການພັດທະນາສານຂອງແຕ່ລະປະເທດ ແລະ ຍັງເປັນການເພີ່ມທະວີການພົວພັນຮ່ວມມືແບບທະວິພາຄີ.
ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເພີ່ມທະວີຄວາມເອົາໃຈໃສ່ໃນການສົ່ງເສີມໃຫ້ການຊ່ວຍເຫລືອທາງດ້ານຕຸລາການ (ດ້ານຍຸຕິທໍາ) ແລະ ການດໍາເນີນຄະດີ ໂດຍສະເພາະແມ່ນວິທີການແກ້ໄຂອາຊະຍາກໍາ ແລະ ຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າ ໂດຍການວາງແນວທາງນະໂຍບາຍ, ອອກເປັນກົດໝາຍ ແລະ ນິຕິກໍາຕ່າງໆ ເຊັ່ນ: ສ້າງປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ, ປັບປຸງກົດໝາຍວ່າດ້ວຍສານປະຊາຊົນ, ປັບປຸງກົດໝາຍວ່າດ້ວຍຜູ້ພິພາກສາ, ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ, ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນໆ ໃຫ້ມີຄວາມແທດເໝາະກັບສະພາບການຕົວຈິງ, ພ້ອມນັ້ນ ສປປ ລາວ ກໍໄດ້ເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນ, ສັນຍາຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນຂົງເຂດຕ່າງໆ.
ນອກນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ 4 ຫົວຂໍ້ຄື: ການປະເຊີນໜ້າກັບການວິພາກວິຈານພາຍນອກ ແລະ ການມີສ່ວນຮ່ວມກັບປະຊາຊົນ, ການບໍລິຫານຄະດີໃນສະພາບປັດຈຸບັນ, ສິ່ງທີ່ພົ້ນເດັ່ນທີ່ສຸດສຳລັບຄະນະສານຄອບຄົວ ແລະ ການສຶກສາດ້ານຕຸລາການ.

