ປີ 2021 ຜ່ານມາ ນະຄອນຫລວງເກັບລາຍຮັບໄດ້ 4.642 ຕື້ກວ່າກີບ ປີ 2022 ນີ້ຈະໃຫ້ໄດ້ 5.576,34 ຕື້ກີບ

ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ກອງປະຊຸມສະຫຼຸບວຽກງານແຜນການ ແລະ ວຽກງານການເງິນ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງນະຄອນຫຼວງວຽງຈັນ ໃນວັນທີ 25 ກຸມພາ 2022 ຜ່ານມານີ້ວ່າ:
ການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ປີ 2021 ຂອງ ນວ ຂະຫຍາຍຕົວຢູ່ໃນ ລະດັບ 4,13% (ແຜນການປີ 6,5%) ມີມູນຄ່າໃນປີ 57.953 ຕື້ກີບ (ແຜນການປີ 59.270 ຕື້ກີບ) ສະເລ່ຍຕໍ່ຫົວຄົນບັນລຸໄດ້ 6.027 ໂດລາສະຫະລັດ (ແຜນການປີ 6.610 ໂດລາ) ດ້ານງົບປະມານ ໃນປີ 2021 ສາມາດປະຕິບັດ ຄາດໝາຍຕົວເລກລາຍຮັບ ແລະ ລາຍຈ່າຍ ໄດ້ດັ່ງນີ້:
– ດ້ານລາຍຮັບ: ປະຕິບັດໄດ້ທັງໝົດ 4.642,51 ຕື້ ກີບ ທຽບໃສ່ແຜນການປີ (5.098,73 ຕື້ກີບ) ເທົ່າກັບ 91,05% ຂອງແຜນການ (ແຜນການ 5.098,73 ຕື້ກີບ) ສຳລັບລາຍຮັບພູດ ນວ ສາມາດປະຕິບັດໄດ້ 1.583,39 ຕື້ກີບ ລື່ນແຜນການ 13,20% (ແຜນການປີ 1.398,73 ຕື້ກີບ).
– ດ້ານລາຍຈ່າຍ: ປະຕິບັດໄດ້ທັງໝົດ 708,11 ຕື້ກີບ ເທົ່າກັບ 98,74% ຂອງແຜນການ (ແຜນການປີ ບໍ່ໃຫ້ເກີນ 717,10 ຕື້ກີບ).
– ການດູນດ່ຽງ: ດຸ່ນດ່ຽງໃຫ້ສູນກາງປະມານ 786,70 ຕື້ກີບ ມູນຄ່າການນຳເຂົ້າ-ສົ່ງອອກ:
•ມູນຄ່ານຳເຂົ້າ: ປະຕິບັດໄດ້ 1.973,31 ລ້ານໂດລາ ທຽບໃສ່ປີທີ່ຜ່ານມາ ແມ່ນ ເພີ່ມຂຶ້ນ 7,66% (ແຜນການປີ ບໍ່ໃຫ້ເກີນ 8%).
•ຄ່າການສົ່ງອອກ: ປະຕິບັດໄດ້ 1.633,15 ລ້ານໂດລາ ທຽບໃສ່ປີທີ່ຜ່ານມາ ເພີ່ມຂຶ້ນ 48,46% (ແຜນການ ປີ ບໍ່ໃຫ້ຫຼຸດ 18%) ຂາດດຸນການຄ້າ 345,16 ລ້ານ ໂດລາ.
•ດ້ານແຫລ່ງທຶນເພື່ອການພັດທະນາ: ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 21.442,48 ຕື້ກີບ ປະຕິບັດໄດ້ລື່ນແຜນ 71,53% (ແຜນການປີ 12.500 ຕື້ກີບ).
ສໍາລັບທິດທາງໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ຂອງ ນວ ຍັງຈະສືບຕໍ່ປະເຊີນກັບຫຼາຍບັນຫາທ້າທາຍ ທັງສາກົນ ແລະ ຢູ່ພາຍໃນ ເຮັດໃຫ້ບັນດາອົງການຈັດຕັ້ງສາກົນ ໄດ້ຄາດຄະເນອັດຕາການຂະຫຍາຍຕົວ GDP ຂອງໂລກ ໃນປີ 2022 ໃນລະດັບ 4-4,3% ຄາດຄະເນການຂະຫຍາຍຕົວ GDP ຂອງ ສປປ ລາວ ໃນລະດັບ 4-4,5%.
ພ້ອມທັງສູ້ຊົນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ການຜະລິດ-ການບໍລິການ ແລະ ການດຳລົງຊີວິດ ຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິ ພ້ອມນັ້ນ, ກໍຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດຕົວຈິງ.
ໃນພິທີທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ໃຫ້ຮູ້ວ່າ: ການຈັດຕັ້ງແຜນງົບປະມານ ປະຈຳປີ 2021 ອີງຕາມມະຕິຂອງຄະນະປະຈຳ ສະພາປະຊາຊົນ ນວ ສະບັບເລກທີ 102/ ຄປຈ.ສປນວ ລົງວັນທີ 14 ທັນວາ 2021 ວ່າດ້ວຍການຮັບຮອງເອົາແຜນດັດສະເລ່ຍລາຍຮັບ ແລະ ລາຍຈ່າຍ ງົບປະມານແຫ່ງລັດ ປະຈຳປີ 2021 ຂອງ ນວ ປະກອບມີ: ແຜນລາຍຮັບທັງໝົດ 5.098,73 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງ (ພາສີ) 3.700 ຕື້ກີບ ລາຍຮັບທ້ອງຖິ່ນ (ນວ) 1.398,73 ຕື້ກີບ ແຜນລາຍຈ່າຍ ທັງໝົດ 717,10 ຕື້ກີບ ແລະ ແຜນດຸ່ນ ດ່ຽງ 786,70 ຕື້ກີບ.
ສ່ວນຄາດໝາຍສູ້ຊົນ ດ້ານຕົວເລກລາຍຮັບງົບປະມານ ປີ 2022 ທັງໝົດ 5.576,34 ຕື້ກີບ ໃສ່ແຜນປີ 2021 ເພີ່ມຂຶ້ນ 9,37% ເປັນເງິນທຽບ 477,61 ຕື້ກີບ (ຖ້າທຽບໃສ່ຕົວເລກປະຕິບັດໝົດປີ 2021 ຈະເພີ່ມຂຶ້ນ 20,11% ເປັນເງິນ 933,83%) ດ້ານຕົວເລກລາຍຈ່າຍງົບປະມານ ຄາດຄະເນແຜນ ລາຍຈ່າຍງົບປະມານ ປີ 2022 ລາຍຈ່າຍທັງໝົດ 544,04 ຕື້ກີບ ທຽບໃສ່ແຜນປີ 2021 ຫຼຸດລົງ 1,11% ເປັນເງິນ 67,98 ຕື້ກີບ.

