ສັງຄົມວິຈານ ! ພາບພະສົງນັ່ງພື້ນ ແຕ່ການນຳແຂວງນັ່ງຕັ່ງ ເບິ່ງແລ້ວເຫັນວ່າບໍ່ເໝາະສົມ

ວັນທີ 15 ພະຈິກ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງຂຶ້ນ ຢູ່ເດີ່ນສວນສາທາລະນະຖໍ້າເຈົ້າອະນຸວົງ ເຂົ້າຮ່ວມ ຂອງເຈົ້າແຂວງໄຊສົມບູນ ພ້ອມການນໍາແຂວງ ບໍລິສັດຮັບເໝົາກໍ່ສ້າງ ບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ມີການດຳເນີນພິທີສູດປະລິຕະມຸງຄຸນ ເພື່ອເປັນສິລິມຸງຄຸນ ສັກສິດ ແລະ ກາຍເປັນມິ່ງຂວັນຂອງຊາວແຂວງໄຊສົມບູນ ງານດັ່ງກ່າວໄດ້ດຳເນີນໄປຢ່າງເສັດສົມບູນ ແລະ ເປັນໄປຕາມແບບແຜນຂອງແຂວງ.
ແຕ່ໃນຂະນະດຽວກັນ ສັງຄົມບໍ່ໄດ້ຈົບລົງແບບຮຽບງ່າຍ ພາຍຫລັງມີການນຳສະເໜີຂ່າວຜ່ານສື່ທາງອອນລາຍ ແລະ ສື່ຕ່າງໆ ສັງຄົມສ່ວນຫລາຍໄດ້ວິພາກວິຈານເຖິງຄວາມບໍ່ເໝາະສົມພາບພິທີສູດປະລິນຕະມຸງຄຸນ ໂດຍມີພະສົງ ແລະ ສີລະວັດຜູ້ນຳພາເຮັດພິທີກຳນັ່ງພື້ນ ແລ້ວມີການນຳຂັ້ນແຂວງນັ່ງຕັ່ງປິ່ນໜ້າໃສ່ກັນກັບພະສົງແຕ່ມີລະດັບ ສູງກວ່າພະສົງ ເຊິ່ງສັງຄົມສ່ວນຫລາຍສະແດງຄວາມຄິດເຫັນວ່າ ພາບດັ່ງກ່າວ ເປັນການຈັດຮູບແບບບໍ່ເໝາະສົມ ເບິ່ງແລ້ວຄືພະສົງນັ່ງນົບຄາລະວາດຫລາຍກວ່າ ການທີ່ຄາລະວາດນັ່ງນົບພະສົງ.
ຄົນລາວຊາວພຸດຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ຖືວ່າພະສົງເປັນຜູ້ທີ່ມີສິນ 227 ຂໍ້ສູງກວ່າຄາລະວາດ ຫລື ອອກຕົນຍາດໂຍມ ຜູ້ຄອງເຮືອນທີ່ຖືສິນ 5 ເຊິ່ງຕາມທຳນຽມ, ຮີດຄອງປະເພນີລາວເຮົາຈະຍົກໃຫ້ພະສົງນັ່ງຢູ່ສູງກວ່າສະເໝີ ເຊັ່ນ ສາລາໂຮງທຳຈະຖືກສ້າງໃຫ້ມີຖ້ານນັ່ງໃຫ້ສູງກວ່າພື້ນສາລາ, ມີຫໍທຳມາດເວລານັ່ງສະແດງທຳມະເທສະໜາ, ຫາກເປັນນອກສະຖານທີ່ຂອບເຮັດວັດ ຈະມີອາສະນະຮອງນັ່ງ ແລ້ວອອກຕົນຍາກໂຍມຈະນັ່ງພື້ນທີ່ປູດ້ວຍສາດ ແລະ ອີກກໍລະນີໜຶ່ງ ຫາກມີການເຂົ້າຮ່ວມຂອງແຂກ ທີ່ຈະນັ່ງຕັ່ງຍ້ອນບໍ່ດວກນັ່ງພື້ນ ເນື່ອງຈາກເປັນພື້ນທີ່ປຽກຊຸມ ຫລື ບໍ່ຮາບພຽງ ຊາວພຸດຈະເຮັດເປັນຮ້ານສຳລັບໃຫ້ພະສົງນັ່ງ ເພື່ອໃຫ້ສູງກວ່າຕັ່ງທີ່ອອກຕົນຍາດໂຍມນັ່ງສະເໝີ.
ຢ່າງໃດກໍຕາມ ພາບທີ່ປາກົດອອກມາ ອາດຈະເປັນພິທີກຳທີ່ຮຽບງງ່າຍ ຄິດວ່າເຮັດແລ້ວກໍແລ້ວໄປ ເຊິ່ງອາດຫລົງລືມບາງບັນຫາຄວາມບໍ່ເໝາະສົມຂອງພິທີກຳ ແລະ ພາບພົດທີ່ອອກມາຈຶ່ງເຮັດໃຫ້ມີຫາງສຽງວິພາກວິຈານ.
ການທີ່ສັງຄົມຕຳໜິວິຈານ ບໍ່ແມ່ນເລື່ອງໜ້າລະອາຍ ບໍ່ແມ່ນເລື່ອງຜິດ ແຕ່ເປັນປາກົດການທີ່ດີ ເພື່ອເປັນບົດຮຽນໃຫ້ຫລາຍພາກສ່ວນໄດ້ຄິດພິຈາລະນາ ແລະ ນຳໄປປັບໃຊ້ໃຫ້ຖືກຕ້ອງ ເໝາະສົມໃນອະນາຄົດ ເຊິ່ງຈະເຮັດໃຫ້ພາບພົດອອກມາດີ ເປັນແບບຢ່າງທີ່ດີແກ່ປະຊາຊົນ ແລະ ລູກຫລານຜູ້ສືບທອດຮີດຄອງປະເພນີຂອງລາວເຮົາອີກດ້ວຍ.

