10 ວິທີ ຮັກ ແລະ ໃຈດີກັບຕົວເອງ ໃນມື້ທີ່ຫລາຍສິ່ງຫລາຍຢ່າງບໍ່ໃຈດີກັບເຮົາ.

ການຮັກຕົວເອງເປັນສະພາວະຂອງການເຫັນຄຸນຄ່າໃນຕົນເອງ ມັນເປັນການໄດ້ເບິ່ງຄວາມເຕີບໃຫຍ່ທີ່ເກີດຈາກການກະທໍາຂອງຕົວເອງ ບໍ່ວ່າຈະເປັນການເຕີບໃຫຍ່ຂອງຮ່າງກາຍ, ​ຈິດໃຈ ຫລື ຈິດວິນຍານຂອງເຮົາ. ດັ່ງນັ້ນ, ການຮັກຕົວເອງຈຶ່ງໝາຍເຖິງການຮັບຮູ້ສິ່ງທີ່ຕົວເອງເປັນ ແລະ ຮູ້ຈັກຄິດເຖິງຄວາມສຸກຂອງຕົວເອງກ່ອນ, ໃຈດີກັບຕົວເອງໃຫ້ໄດ້ກ່ອນ ແລ້ວຈຶ່ງເພື່ອແຜ່ຄົນອື່ນ. ຄວາມໝາຍຂອງການຮັກຕົວເອງໃນອີກແງ່ມຸມໜຶ່ງຈຶ່ງໝາຍເຖິງການເບິ່ງແຍງຄວາມຕ້ອງການຂອງຕົວເອງ ແລະ ບໍ່ຍອມເສຍສະລະຄວາມເປັນຢູ່ທີ່ດີເພື່ອຄົນອື່ນນັ້ນເອງ. ເປັນຫຍັງ Self-Love ຈຶ່ງສໍາຄັນ? ເພາະວ່າມັນສໍາຄັນໃນການຂັບເຄື່ອນຊີວິດຂອງເຮົາໃນແຕ່ລະມື້ໄດ້ຢ່າງມີຄວາມສຸກ ເຖິງວ່າຈະມີຄວາມສຸກໜ້ອຍ ແຕ່ກໍດີກວ່າມີທຸກ, ດັ່ງສິ່ງທີ່ພວກເຮົາລາວພັດທະນານໍາມາໃຫ້ທຸກທ່ານໄດ້ລອງເຮັດ ເພື່ອຊ່ວຍໃຫ້ອາລົມດີຂຶ້ນ ແລະ ສຸຂະພາບຈິດກໍຈະດີຂຶ້ນ ດັ່ງນີ້:

  1. ສິ່ງທໍາອິດແມ່ນ ຮັກຕົວເອງ
  2. ໃຫ້ຮ່າງກາຍໄດ້ພັກຜ່ອນເຕັມທີ່
  3. ກິນອາຫານທີ່ຕົນຢາກກິນ
  4. ໃຊ້ເງິນກັບສິ່ງທີ່ມີຄຸນຄ່າທາງໃຈ
  5. ຍິ້ມ-ຫົວ ໃຫ້ຫລາຍຂຶ້ນ
  6. ລຶບ-ລ້າງ-ລືມ ເລື່ອງບໍ່ດີ ທີ່ເຄີຍພົບ
  7. ບໍ່ເຂົ້າຮ່ວມ ຫລື ບໍ່ຟັງຄໍານິນທາຄົນອື່ນ
  8. ຊື່ສັດກັບຕົວເອງ
  9. ພາຕົວເອງໄປຢູ່ໃນບ່ອນທີ່ສະບາຍໃຈ
  10. ເຮັດເລື່ອງດີໆ ໃຫ້ໄດ້ມື້ລະ 1 ຢ່າງ