ເປເລ ເຊື່ອ ບຣາຊິລ ມີສັກກະຍາພາບພໍຄວ້າແຊ໊ມບານໂລກສະໄຫມທີ 6

 

ເປເລ ອະດີດຕຳນານນັກເຕະທີມຊາດບຣາຊິລ ເຊື່ອຫມັ້ນວ່າ ທີມຊາດບຣາຊິລ ຊຸດນີ້ມີດີພໍທີ່ຈະຄວ້າແຊ໊ມບານໂລກໃນປີນີ້ມາຄອງ ພ້ອມເປັນສະໄຫມທີ 6 ໃນປະຫວັດສາດ.

ໂດຍ ບຣາຊິລ ມີດີກຣີເປັນແຊ໊ມບານໂລກ 5 ສະໄຫມ ປະກອບດ້ວຍປີ 1958, 1962, 1970, 1994 ແລະ 2002 ແລະ ໃນບານໂລກ 2022 ທີ່ກາຕ້າ ພວກເຂົາກໍຖືກຍົກໃຫ້ເປັນເບີ 1 ນຳອີກ.

ຫລ້າສຸດ ເປເລ ອະດີດກອງໜ້າລະດັບຕຳນານທີ່ເຄີຍພາບຣາຊິລ ຄວ້າແຊ໊ມບານໂລກມາແລ້ວ 3 ສະໄຫມ ສະແດງຄວາມເຊື່ອວ່າ ບຣາຊິລ ຊຸດນີ້ມີສັກກະຍາພາບພໍໃນການຄວ້າແຊ໊ມໂລກສະໄຫມທີ 6.

“ ຄັ້ງສຸດທ້າຍທີ່ຂ້ອຍໃສ່ເສື້ອທີມຊາດບຣາຊິລ ເຮົາມີດາວແຊ໊ມໂລກປະດັບຢູ່ໃນກາ 3 ດວງ ຕອນນີ້ ເຮົາມີ 5 ແລະ ຂ້ອຍບໍ່ຈະຖ້າທີ່ຈະເພີ່ມດາວດວງທີ 6 ຂ້ອຍມານີ້ເພື່ອສະແດງຄວາມຫມັ້ນໃຈໃຫ້ກັບທີມນີ້ ແລະ ຂໍໃຫ້ທີມຊາດຂອງເຮົາໂຊກດີ ”.