ເຄນນຳທັບ! ທັອດແຮມ ຮັອດສະເປີ ເປີດໂຕຊຸດໃນບ້ານລະດູການ 2023-24

ທັອດແນມ ຮັອດສະເປີ ເປີດຕົວຊຸດໃໝ່ໃນບ້ານສຳລັບລະດູການ 2023/24 ອອກມາຮຽບຮ້ອຍແລ້ວ.

ຊຸດໃນບ້ານໃໝ່ຂອງກອງທັບໄກ່ງວງທອງ ມາໃນຊຸດສີຂາວຄລາສສິກທີ່ເປັນເອກະລັກຂອງເຂົາເຈົ້າໃນຕະຫລອດຫລາຍປີທີ່ຜ່ານມາ. ພ້ອມວາດລວດລາຍທີ່ໄດ້ຮັບແຮງບັນດານໃຈຈາກວັດທະນະທໍາ streetwear ຂອງລອນດອນ.

ທັງນີ້ ສະເປີ ໄດ້ນາຍແບບຢ່າງ ຊອນ ເຮຶອງ-ມິນ, ຣິຊາລິສັນ ແລະ ແຮຣີ ເຄນ ທີ່ຕົກເປັນຂ່າວຍ້າຍທີມຢ່າງໜັກກັບການຍ້າຍໄປຮ່ວມທີມ ແມນເຊັສເຕີ ຢູໄນເຕັດ ແລະ ເຣອັລ ມາດຣິດ ໃນຊ່ວງຊຳເມີນີ້ກໍ່ມາຮ່ວມໂປໂມດຊຸດໃໝ່ຂອງທີມ.