ລູກາກູ-ເດິ ບຣອຍ ນຳທີມເບລຢຽມ ສູ້ເສິກບານໂລກ 2022-11-10

ເບລຢຽມ ປະກາດລາຍຊື່ 26 ນັກເຕະຊຸດລຸຍບານໂລກ 2022 ໂດຍມີ 2 ດາວດັງຢ່າງ ໂຣເມລູ ລູກາກູ ແລະ ເຄວິນ ເດິ ບຣອຍ ເປັນຕົວຫລັກ.

ໂຣແບໂຕ ມາຕີເນສ ຄູເຝິກທີມຊາດເບລຢຽມ ຕັດສິນໃຈໃສ່ຊື່ ໂຣເມລູ ລູກາກູ ດາວຍິງພັນເກ່ັງຈາກອິນເຕີ ມິລານ ໄປລຸຍ ບານໂລກ 2022 ທີ່ປະເທດກາຕາ  ເຖິງວ່າລາວຍັງມີບັນຫາອາການບາດເຈັບຕົ້ນຂາລົບກວນຢູ່ກໍຕາມ.

ນອຈາກນີ້ ມາຕີເນສ ຍັງໃສ່ຊື່ ເລອັນໂດຣ ທຣອສຊາ ດາວຍິງຄົນເກ່ັງຂອງ ໄບຣຕັນ ເອົາໄວ້ເປັນ 1 ໃນ 26 ຂຸນພົນລຸຍເສິກບານໂລກ ໃນກາຕ້າ ຫລັງສະແດງຜົນງານໄດ້ຢ່າງຮ້ອນແຮງໃນລະດູການນີ້.

ຂະນະທີ່ດາວດັງລາຍອື່ນໆມີທັງ ທິໂບລ ກູກຕົວ ແລະ ເອເດັນ ອາຊາ ຈາກ ຣຽວ ມາດຣິດ ລວມເຖິງ ເຄວິນ ເດິ ບຣອຍ ຈອມທັບຂອງ ແມນເຊສເຕີ ຊິຕີ ຕ່າງກໍມີຊື່ຕິດຕາມຄາດ.