ແມນຢູ ເປີດຕົວ ມາເຊລ ຊາບິດເຊີ ຮ່ວມທີມທາງການ

ແມນເຊສເຕີ ຢູໄນເຕັດ ເປີດຕົວ ມາເຊລ ຊາບິດເຊີ ກອງກາງທີມຊາດອອສເຕຣຍ ມາຮ່ວມທີມແບບເປັນທາງການດ້ວຍສັນຍາຢືມຕົວ ຈົນເຖິງຈົບລະດູການນີ້.
ສຳລັບ ແມນເຊສເຕີ ຢູໄນເຕັດ ປິດບັນຊີຢືມຕົວ ຊາບິດເຊີ ມາຈາກ ບາເຢິນ ມິວນິກ ໃນວັນສຸດທ້າຍຂອງຕະຫລາດນັກເຕະເດືອນມັງກອນທີ່ຜ່ານມາ ຫລັງພວກເຂົາປະສົບບັນຫາໃນແດນກາງເມື່ອ ຄຣິສຕຽນ ອີຣິກເຊັນ ໄດ້ຮັບບາດເຈັບ ຕ້ອງພັກຍາວ ຂະນະທີ່ ສະກັອດ ແມັກໂທມີເນ ກໍເຈັບຢູ່ເຊັ່ນດຽວກັນ.
ຫລ້າສຸດເມື່ອວັນທີ 2 ກຸມພາ ເວັບໄຊຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ໄດ້ເປີດຕົວຊາບິດດເຊີ ມາຮ່ວມທີມຢ່າງເປັນທາງການໂດຍເປັນນັກເຕະ ໃຫມ່ຄົນທີ່ 3 ຂອງ ແມນຢູ ໃນຕະຫລາດໜ້າໜາວຕໍ່ຈາກ ແຈັກ ບັດແລນ ແລະ ເວົາ ເວັກຮອສ.
ດາວເຕະອາຍຸ 29 ປີ ໃຫ້ສຳພາດເຖິງຄວາມຮູ້ສຶກວ່າ “ ບາງຄັ້ງໃນຊີວິດເຈົ້າຕ້ອງຕັດສິນໃຈຢ່າງວ່ອງໄວ ແລະ ສຳຄັນຕັ້ງແຕ່ວິນາທີທີ່ໄດ້ຍິນກ່ຽວກັບໂອກາດນີ້ ຂ້ອຍຮູ້ວ່າມັນເຫມາະກັບຂ້ອຍ ຂ້ອຍເປັນນັກເຕະທີ່ມັກການແຂ່ງຂັນ ຂ້ອຍຕ້ອງການຊະນະ ແລະ ຊ່ວຍໃຫ້ສະໂມສອນບັນລຸເປົ້າຫມາຍໃນລະດູການນີ້ ”.
“ ຂ້ອຍຮູ້ສຶກວ່າຕົນເອງຢູ່ໃນຈຸດສູງສຸດໃນຖານະນັກເຕະ ຂ້ອຍສາມາດມອບປະສົບການ ແລະ ແລະ ພະລັງງານໃຫ້ກັບທີມໄດ້ຫລວງຫລາຍ ຂ້ອຍຮູ້ ສຶກຕື່ນເຕັ້ນທີ່ຈະເລີ່ມກັບຫມູ່ເພື່ອນຮ່ວມທີມ ແລະ ຜູ້ຈັດການທີມຄົນໃຫມ່ ແລະ ສະແດງຄຸນສົມບູນຂອງຕົນເອງໃຫ້ແຟນໆ ແມນເຊສເຕີ ຢູໄນເຕັດ ໄດ້ເຫັນ ”.

