ມະຫາເສດຖີສະຫະລັດ ສົນໃຈຊື້ ລີເວີພູລ ຫລັງເຈົ້າຂອງທີມປະກາດຂາຍ

ລີເວີພູລ ຫາກໍ່ປະກາດຂາຍທີມ ຫລ້າສຸດມີກຸ່ມທຶນຈາກສະຫະລັດ ລາຍທຳອິດສົນໃຈມາເປັນເຈົ້າຂອງຫມ່ແລ້ວ ພ້ອມເຜີຍມູນຄ່າຊື້-ຂາຍ ທີ່ອາດເປັນໄປໄດ້.
“ The Time” ສື່ຊື່ດັງໃນອັງກິດລາຍງານວ່າ ຕະກູລຣິກເກັດ ເຈົ້າຂອງທີມ ຊີຄາໂກ ຄັບ ທີມດັງໃນການແຂ່ງຂັນເມເຈີລີກ ເບສບອລ ໃນສະຫະລັດອາເມລິກາ ຄືກຸ່ມທຶນລາຍທຳອິດທີ່ສະແດງຄວາມສົນໃຈເຂົ້າມາຊື້ສະໂມສອນລີເວີພູລ ທີມບານເຕະຊັ້ນນຳໃນການ ແຂ່ງຂັນພຣີເມຍລີກ ອັງກິດ ຫລັງຈາກ ເຟນເວ ສະປອດ ກຣຸບ (FSG) ຫາກໍປະກາດຂາຍທີມໃນວັນທີ 7 ພະຈິກຜ່ານມາ ເຊິ່ງຈະມີ ໂກລແມນ ຊາກ ແລະ ມໍແກນ ສະແຕມລີ 2 ທະນາຄານເພື່ອການລົງທຶນນຳເປັນຜູ້ເບິ່ງແຍງການຊື້ຂາຍທີມ.
ສື່ຫລາຍສຳນັກລາຍງານວ່າ FSG ຕັດສິນໃຈປະກາດຂາຍສະໂມສອນລີເວີພູລ ດ້ວຍເຫດຜົນສຳຄັນ 2 ປະກາດຄື ຄວາມລົ້ມ ເຫລໃນການກໍ່ຕັ້ງ ຢູໂຣປຽນ ຊຸບເປີລີກ ເຊຶ່ງລີເວີພູລ ທີ່ເປັນ 1 ໃນ 12 ທີມແກນນຳຮ່ວມກໍ່ຕັ້ງ ຄາດວ່າຈະນຳລາຍໄດ້ມະຫາສານ ມາສູ່ສະໂມສອນ ແຕ່ກໍພົບກັບກະແສຕໍ່ຕ້ານຢ່າງຫນັກ ແລະ ການມາຂອງ ທັອດ ໂບລີ ມະຫາເສດຖີຊາວອາເມລິກາທີ່ລົງທຶນຊື້ ສະໂມສອນ ເຊລຊີ ດ້ວຍມູນຄ່າສູງເຖິງ 4,250 ລ້ານປອນ ຈຶ່ງຕັດສິນໃຈຫານາຍທຶນຄົນໃຫມ່ທີ່ມີກຳລັງຊັບໃນການນຳທີມແຂ່ງຂັນ ກັບຄູ່ແຂ່ງຮ່ວມພຣີເມຍລີກໄດ້ຫລາຍຂຶ້ນ.
ສຳລັບ ຕະກູລຣິກເກັດ ເຄີຍມີຂ່າວວ່າສົນໃຈຢາກຊື້ ທີມເຊລຊີ ຕໍ່ຈາກ ໂຣມັນ ອະບຣາໂມວິດ ອະເຈົ້າຂອງສະໂມສອນຊາວຣັສເຊຍ ມາແລ້ວ ກ່ອນລົງທ້າຍເປັນ ທັອດ ໂບລີ ລວມເຖິງເຄີຍຊອກຫາໂອກາດໃນການເປັນເຈົ້າຂອງ ສະເປີ ອີກຢ່າງຫນຶ່ງທີມໃນພຣີເມຍ ລີກເຊ່ັນດຽວກັນ.

