ອິນໂດເນເຊຍກ່າວວ່າ ຜູ້ນຳ 17 ປະເທດຢືນຢັນ ເຂົ້າຮ່ວມກອງປະຊຸມ G20 ໃນປີນີ້

ອິນໂດເນເຊຍເປີດເຜີຍໃນວັນທີ 3 ພະຈິກວ່າ: ຜູ້ນຳຈາກ 17 ປະເທດຕົກລົງຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ G20 ເຊິ່ງເປັນກຸ່ມປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດຂອງໂລກ ຢູ່ເກາະບາຫລີ ໃນວັນທີ 15-16 ພະຈິກນີ້.
ໂຄສົກກະຊວງການຕ່າງປະເທດອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍຈະບໍ່ເປີດເຜີຍລາຍຊື່ຜູ້ນຳປະເທດທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ລວມທັງຜູ້ນຳອີກ 3 ປະເທດທີ່ຍັງບໍ່ໄດ້ຢືນຢັນວ່າຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ດ້ວຍເຫດຜົນດ້ານຄວາມປອດໄພ.
ທັງນີ້, ອິນໂດເນເຊຍ ເຊິ່ງຮັບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ G20 ເປັນຄັ້ງທຳອິດ ກຳລັງຊຸກຍູ້ໃຫ້ສະມາຊິກຈາກທຸກຊາດເຂົ້າຮ່ວມກອງປະຊຸມໂດຍພ້ອມພຽງກັນ ເພື່ອຍົກລະດັບສະຖານະໃນເວທີສາກົນ ທ່າມກາງຄວາມເຄັ່ງຕຶງທາງການເມືອງທີ່ເພີ່ມຂຶ້ນ ແລະ ໄຟສົງຄາມໃນອູແກຣນ. ນອກຈາກນີ້ ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດເນເຊຍ ໄດ້ລະບຸໃນວັນທີ 2 ພະຈິກວ່າ: ຈະໂທຫາຜູ້ນຳອີກ 3 ປະເທດທີ່ເຫລືອ ເພື່ອຢືນຢັນການຕັດສິນໃຈຂອງພວກທ່ານ.

