ທະນາຄານກາງອັງກິດມີມະຕິຂຶ້ນດອກເບ້ຍ 0,75% ສູງສຸດໃນຮອບ 33 ປີ ເພື່ອສະກັດເງິນເຟີ້

ທະນາຄານກາງອັງກິດ (BOE) ມີມະຕິປັບຂຶ້ນດອກເບ້ຍນະໂຍບາຍອີກ 0,75% ສູ່ລະດັບ 3% ໃນກອງປະຊຸມນະໂຍບາຍການເງິນຫລ້າສຸດ ເພື່ອຕໍ່ສູ້ກັບເງິນເຟີ້ທີ່ຍັງຢູ່ໃນລະດັບສູງເຖິງ 10,1% ໃນເດືອນກັນຍາຜ່ານມາ ຕາມຄາດຄະເນຂອງຕະຫລາດ ໂດຍການປັບດອກເບ້ຍຄັ້ງນີ້ຖືເປັນການຂຶ້ນດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 8 ແລະ ເປັນການປັບຂຶ້ນດອກເບ້ຍຫລາຍທີ່ສຸດໃນຮອບ 33 ປີຂອງ BOE.

ທັງນີ້, ນັກເສດຖະສາດຈາກຫລາຍສຳນັກຄາດຄະເນວ່າ: BOE ຈະມີທ່າທີຫລຸດລົງຫລັງມີການປ່ຽນແປງລັດຖະບານຂອງປະເທດ ເນື່ອງຈາກທ່ານ ຣິຊີ ຊູນັກ ນາຍົກລັດຖະມົນຕີຄົນໃໝ່ ຈະກັບມາໃຊ້ນະໂຍບາຍການເງິນແບບປົກກະຕິອີກ ຫລັງຈາກນະໂຍບາຍໃນສະໄໝຂອງທ່ານ ນາງ ລິຊ ທຣັສ ໄດ້ສ້າງຄວາມວຸ້ນວາຍໃຫ້ຕະຫລາດ ເຊິ່ງໝາຍຄວາມວ່າ ນະໂຍບາຍການເງິນຂອງອັງກິດຕໍ່ຈາກນີ້ຈະເດີນໄປໃນທິດທາງທີ່ສອດຄ່ອງກັນ.

ໃນວັນທີ 2 ພະຈິກຜ່ານມາ, BOE ໄດ້ຈັດການປະມູນຂາຍພັນທະບັດລັດຖະບານທີ່ເຄີຍຊື້ຕຸນໄວ້ ຂະນະດຳເນີນມາດຕະການຫລຸດຜ່ອນທາງປະລິມານ (Quantitative Easing) ຫລື QE ເຊິ່ງມີມູນຄ່າທັງໝົດ 8,38 ແສນລ້ານປອນ ເປັນຄັ້ງທຳອິດ.

ໃນໄລຍະເກີດການລະບາດຂອງໂຄວິດ, BOE ຕ້ອງດຳເນີນມາດຕະການ QE ຫລື ເຂົ້າໄປຊື້ສິນຊັບທາງການເງິນໃນປະລິມານມະຫາສານ ບໍ່ວ່າຈະເປັນກາສານໜີ້ຊະນິດຕ່າງໆ ລວມທັງພັນທະບັດລັດຖະບານ ເພື່ອອັດສີດເງິນເຂົ້າໄປໃນລະບົບ ເຮັດໃຫ້ຂະແໜງເອກະຊົນ, ລັດຖະບານ ຫລື ທະນາຄານການຄ້າ ມີເງິນສົດເພີ່ມຂຶ້ນ.

ໂດຍ BOE ຕັ້ງເປົ້າຈະຂາຍພັນທະບັດລັດຖະບານທີ່ເອີ້ນວ່າ: “Gilt’ ຈຳນວນ 6 ພັນລ້ານປອນ ໃນການປະມູນ 8 ຄັ້ງ ໃນເດືອນພະຈິກ ແລະ ທັນວາ ຖືເປັນສ່ວນໜຶ່ງຂອງແຜນຫລຸດການຖືຄອງພັນທະບັດລັດຖະບານລົງ 8 ໝື່ນລ້ານປອນ.

ອ້າງອີງ:

https://www.cnbc.com/2022/11/03/bank-of-england-raises-rate-by-75-basis-points-biggest-hike-in-33-years.html