ຝົນຕົກໜັກ ເຮັດໃຫ້ຖະໜົນໃນນະຄອນຫລວງຂອງສະຫະລັດອາເມລິກາກາຍເປັນທະເລ

ຮຽບຮຽງໂດຍ: ລູກເມືອງພວນ

ຝົນຕົກໜັກແກ່ຍາວ ຫຼາຍຊົ່ວໂມງ ເຮັດໃຫ້ບັນດາຖະໜົນສາຍຕ່າງໆໃນນະຄອນຫຼວງ ວໍຊິງຕັນ ດີຊີ ກາຍເປັນທະເລ, ລົດຫຼາຍ ຄັນຕິດຄ້າງຢູ່ກາງນໍ້າ.

ມື້ວັນທີ 8 ກໍລະກົດນີ້, ຝົນຕົກໜັກໄດ້ເຮັດໃຫ້ນະ ຄອນຫຼວງ ວໍຊິງຕັນ ດີຊີກາຍເປັນລຳທານ, ອົງກອນອຸຕຸນິຍົມຂອງສະຫະລັດ (NWS)ໄດ້ອອກມາປະກາດໃຫ້ລະວັງນໍ້າໄຫຼຫຼາກ, ເຮືອນຊານບ້ານ ຊ່ອງ ຢູ່ຕາມຖະໜົນສາຍໃຫຍ່ໆ ຕ້ອງໄດ້ອັດປະຕູ ແລະ ຈົມຢູ່ໃຕ້ນໍ້າ.

ເທີງຖະໜົນ Canal ຂອງ Washington ລົດເກງຫຼາຍຄັນຈັກຖືກມອດ ແລະ ຄາຢູ່ກາງນໍ້າ, ໂຊເຟີຕ້ອງໄດ້ປີນຂຶ້ນຢູ່ເທິງຫຼັງຄາລົດ ແລະ ໂທລະສັບເພື່ອຂໍການຊ່ວຍເຫຼືອ.

ສູນສຳເນົາເອກະສານ ທີ່ສຳຄັນທີ່ສຸດໃນປະຫວັດສາດຂອງສະຫະລັດອາເມລິ ກາກໍຖືກນໍ້ຖ້ວມທັງໝົດ, ໄຟຟ້າກໍຖືກຕັດຂາດ.

ພາຫະນະຂົນສົ່ງເທີງ ເສັ້ນທາງເລກທີ 15 ແລະ ຖະໜົນ Constitution ໄປມາມີຄວາມຫຍຸ້ງຍາກຫຼາຍ.

ຫ້ອງໃຕ້ດິນຂອງທຳ ນຽບຂາວກໍຖືກນໍ້າຖ້ວມ,  ເຈົ້າໜ້າທີ່ຈຳຕ້ອງໄດ້ໃຊ້ຈັກ ສູບນໍ້າອອກ.

ຖະໜົນສາຍຕ່າງໆ ອ້ອມຮອບ ອານຸສາວະລີ Lincoln ກໍຖືກຖ້ວມ ເຊັ່ນ ດຽວກັນຍ້ອນຝົນຕົກແກ່ຍາວຫຼາຍຊົ່ວໂມງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ