ຊອນ ເຮືອງ ມິນ ຕ້ອງຜ່າຕັດຮັກສາກະດູກຮອບຕາຊ້າຍແຕກ ຫວັງດີທັນບານໂລກ

ທັອດແນມ ຮັອດສະເປີ ຢືນຢັນວ່າ ຊອນ ເຮືອງ ມິນ ກອງໜ້າທີມຊາດ ສ.ເກົາຫລີ ຈະຕ້ອງເຂົ້າຮັບການຜ່າຕັດປິ່ນປົວ ອາການບາດເຈັບກະດູຮອບດວງຕາແຕກ ແລະ ຕ້ອງຕ້ອງເຊົາທັນບານໂລກ 2022.

ສຳລັບ ຊອນ ເຮືອງ ມິນ ໄດ້ຮັບບາດເຈັບຈາກຈັງຫວະທີ່ໃບໜ້າຂອງລາວກະແທກກັບຫົວໄຫລ່ຂອງ ຊານເຊລ ເອມເບມບາ ນັກເຕະ ໂອລິມປິກ ມາກເຊ ຢ່າງຮຸນແຮງໃນເກມຢູຟາ ແຊ໊ມປຽນ ລີກ ຮອບແບ່ງກຸ່ມ ເມື່ອວັນທີ 1 ພະຈິກ ຈົນຫລິ້ນຕໍ່ບໍ່ໄດ້ ແລະ ຕ້ອງຖືກ ປ່ຽນຕົວອອກຕັ້ງແຕ່ນາທີ 29.

ຈົນຫລ້າສຸດ ສະເປີ ອອກຖະແຫລງການວ່າ : ດາວເຕະອາຍຸ 30 ປີລາຍນີ້ຈະຕ້ອງເຂົ້າຮັບການຜ່າຕັດ ຫລັງກະດູກຮອບດວງຕາ ຊ້າຍມີຮອຍແຕກ “ ເຮົາສາມາດຢືນຢັນໄດ້ວ່າ ຊອນ ເຮືອງ ມິນ ຈະໄດ້ຮັບການຜ່າຕັດເພື່ອເຮັດໃຫ້ຮອຍແຕກຮອບດວງ ຕາຊ້າຍຂອງລາວຄົງທີ່ ”.

“ ຫລັງການຜ່າຕັດ ຊອນ ຈະເລີ່ມຟື້ນຟູຮ່າງກາຍກັບເຈົ້າໜ້າທີ່ທາງການແພດຂອງເຮົາ ແລະ ເຮົາຈະອັບເດດແຟນບານ ເພີ່ມຕື່ມໃນເວລາທີ່ເຫມາະສົມ ”.

ທັງນີ້ຈາກການຜ່າຕັດດັ່ງກ່າວຈະເຮັດໃຫ້ ຊອນ ເຮືອງ ມິນ ບໍ່ສາມາດລົງຊ່ວຍສະເປີ ໃນເກມທີ່ຈະເປີດບ້ານພົບກັບ ລີເວີພູລ ວັນທີ 6 ພະຈິກນີ້ ລວມເຖິງຕ້ອງຫວັງວ່າຈະທັນລົງຫລິ້ນໃນບານໂລກ 2022 ທີ່ກາຕາລະຫວ່າງວັນທີ 20 ພະຈິກ – 18 ທັນວານີ້ ຫລື ບໍ່.