ເດມເບເລ ກຽມຫນີ ບາເຊໂລນາ ໄປ ເປແອສເຊ

ອຸສມານ ເດມເບເລ ປີກຊາວຝຣັ່ງ ກຽມໂບກມືລາ ບາເຊໂລນາ ໄປຫລິ້ນໃຫ້ ເປແອສເຊ ແລ້ວ ຫລັງການເຈລະຈາເລື່ອງການຕໍ່ສັນຍາສະບັບໃຫມ່ບໍ່ປະສົບຄວາມສຳເລັດ.

ອຸສມານ ເດມເບເລ ປີກ ບາເຊໂລນາ ທີມໃຫຍ່ ລາ ລີກາ ສະເປນ ຕັດສິນໃຈປະຕິເສດທີ່ຈະຕໍ່ສັນຍາສະບັບໃຫມ່ໃນຖິ່ນ ຄຳ ນູ ແລະ ກຽມຍ້າຍໄປຫລິ້ນໃຫ້ ປາຣີສ ແຊັງ ແຊັກແມັງ ແລ້ວ ຕາມລາຍງານຈາກ ອາສ ສື່ຊື່ດັງຂອງສະເປນ.

ຫລັງຈາກທີ່ເປີດໂຕະເຈລະຈາກັນຫລາຍຄັ້ງ ໃນທີ່ສຸດ ເດມເບເລ ກໍຕັດສິນໃຈແລ້ວວ່າ ຈະບໍ່ຕໍ່ສັນຍາກັບ ບາເຊໂລນາ ແລະ ເລືອກທີ່ຈະຍ້ຍໄປ ເປແອສເຊ ຫລັງຫມົດສັນຍາໃນເດືອນມິຖຸນາ ເນື່ອງຈາກຕິດບັນຫາເລື່ອງຄ່າເມື່ອຍທີ່ສະໂມສອນຕ້ອງການໃຫ້ລາວຫລຸດລົງມາຈາກເກ່ົາກວ່າເຄິ່ງ.

ບາເຊໂລນາ ພະຍາຍາມຈະຂາຍ ເດມເບເລ ອອກຈາກທີມເມື່ອເດືອນມັງກອນທີ່ຜ່ານມາ ເພື່ອຫລີກລ່ຽງການເສຍຕົວໄປແບບບໍ່ມີຄ່າຕົວ ຫລ້າສຸດລາວກໍບໍ່ໄດ້ຍ້າຍໄປໃສ ແຖມຍັງຄືນຟອມເກັ່ງຈົນກາຍເປັນກຳລັງສຳຄັນທີ່ຊ່ວຍໃຫ້ ບາເຊໂລນາ ສ້າງຜົນງານໄດ້ດີຂຶ້ນຈົນກັບມາຈົບລະດູການໃນຖານະຮອງແຊ໊ມ ລາ ລີກາ ໄດ້ນຳອີກ.

ດ້ວຍເຫດນີ້ ທີມດັງແຫ່ງແຄວ້ນກາຕາລຸນຢາ ຈຶ່ງປ່ຽນໃຈ ແລະ ພະຍາຍາມກ່ອມໃຫ້ ດາວເຕະອາຍຸ 25 ປີ ຕໍ່ສັນຍາກັບສະໂມສອນອອກໄປອີກ ຈົນຫລ້າສຸດ ກໍບໍ່ເປັນຜົນ ເຖິງຈະໄປຄວ້າ ປີແອ ເອເມີຣິກ ໂອບາເມຢອງ ດາວຍິງຫມູ່ສະໜິດ ເດມເບເລ ມາຈາກ ອາເຊນອລ ແລ້ວກໍຕາມ.