ກາຕ້າ ຍົກເລີກມາດຕະການສະແດງຜົນກວດໂຄວິດກ່ອນເຂົ້າປະເທດ

ແຟນບານດີໃຈ ຫລັງກະຊວງສາທາລະນະສຸກກາຕາ ສັ່ງຍົກເລີກມາດຕະການທີ່ໃຫ້ທຸກຄົນສະແດງຜົນກວດໂຄວິດທີ່ເປັນລົບກ່ອນເຂົ້າປະເທດ ລວມເຖິງຍົກເລີກການສວມຫນ້າກາກໃນສາທາລະນະນຳອີກ ຫລັງຕົວເລກຜູ້ຕິດເຊື້ອໃນປະເທດຫລຸດລົງຕໍ່ເນື່ອງ.

ກະຊວງສາທາລະນະສຸກກາຕາ ອອກມາຢືນຢັນເມື່ອວັນພຸດທີ່ຜ່ານມາວ່າ ໄດ້ມີການຍົກເລີກມາດຕະການທີ່ກຳນົດໃຫ້ຜູ້ທີ່ຈະເດີນທາງເຂົ້າປະເທດຕ້ອງສະແດງຜົນກວດເຊື້ອໂຄວິດ-19 ສົ່ງຜົນໃຫ້ແຟນບານທີ່ຄາດວ່າຈະເດີນທາງໄປຊົມບານໂລກ 2022 ທີ່ກາຕາ ລະຫວ່າງວັນທີ 20 ພະຈິກ ເຖິງ 18 ທັນວານີ້ ປະມານ 1,2 ລ້ານຄົນນັ້ນ ບໍ່ຈຳເປັນຕ້ອງສະແດງຜົນກວດທີ່ເປັນລົບກ່ອນອອກເດີນທາງໂດຍເຄື່ອງບິນ ຫລື ກ່ອນຂ້າມຊາຍແດນເຂົ້າປະເທດອີກຕໍ່ໄປ.

ກ່ອນໜ້ານີ້ທາງການກາຕາ ກຳນົດມາດຕະການໃຫ້ຜູ້ທີ່ຈະເດີນທາງເຂົ້າປະເທດ ຕ້ອງສະແດງຜົນກວດໂຄວິດທີ່ເປັນລົບ ແນວໃດກໍຕາມຈາກການທີ່ຕົວເລກຜູ້ຕິດເຊື້ອໃນກາຕາ ລວມເຖິງທົ່ວໂລກຫລຸດລົງຢ່າງຕໍ່ເນື່ອງ ລວມເຖິງການດຳເນີນການສີກວັກຊີນໃຫ້ກັບປະຊາກອນໃນປະເທດທີ່ດຳເນີນການມາໂດຍຕະຫລອດ ເຮັດໃຫ້ກະຊວງສາທາລະນະສຸກກາຕາ ຕັດສິນໃຈຍົກເລີກມາດຕະການດັ່ງກ່າວ.

ນອກຈາກນີ້ ທາງການກາຕາ ຍົກເລີກມາດຕະການທີ່ໃຫ້ທຸກຄົນສະແດງສະຖານະການກວດເຊື້ອໂຄວິດຜ່ານແອບລີເຄຊັນ “ Ehterraz” ກ່ອນເຂົ້າສູ່ສະໜາມ ຫລື ສະຖານທີ່ສາທາລະນະ ເຊ່ັນ ຮ້ານຄ້າຫລືຮ້ານອາຫານ ລວມເຖິງຍົກເລີກມາດຕະການສວມໜ້າກາກນຳອີກ ຍົກເລີກຜູ້ທີ່ຈະເຂົ້າສະຖານທີ່ກ່ຽວຂ້ອງກັບການສາທາລະນຸສຸກທີ່ຍັງຕ້ອງສະແດງສະຖານະຜ່ານແອບລີເຄຊັນ ແລະ ຍັງຕ້ອງສວມໜ້າກາກຕາມກຳນົດເກ່ົາ.