9 ປີ 12 ແຊ໊ມ, ແຟນັນດິນໂຢ ປະກາດລາ ແມນຊິຕີ ຫລັງຈົບລະດູການນີ້

ແຟນັນດິນໂຢ ກອງກາງຫົວຫນ້າທີມ ແມນເຊສເຕີ  ຊິຕີ ທີມຜູ້ນຳພຣີເມຍລີກ ອັງກິດ ໃຫ້ສຳພາດກ່ອນເກມຢູຟາ ແຊ໊ມປຽນລີກ ຮອບ 8 ທີມ ນັດທີ 2 ເຊິ່ງຈະໄປຢາມ ແອັດເລຕີໂກ ມາດຣິດ ທີມອັນດັບ 4 ລາ ລີກາ ສະເປນ ໃນຄືນວັນພຸດທີ 13 ເມສານີ້ ເວລາ 02:00 ຕາມເວລາໃນລາວ ເຊິ່ງຊະນະມາກ່ອນ 1-0 ໃນນັດທຳອິດ.

ແນວໃດກໍຕາມ ແຟນນັນດິນໂຢ ອາຍຸ 36 ປີ ໄດ້ປະກາດເລື່ອງອະນາຄົດຂອງຕົນເອງ ຫລັງຖືກສື່ມວນຊົນຖາມເລື່ອງການຕໍ່ສັນຍາກັບ ແມນເຊສເຕີ ຊິຕີ ທີ່ຈະຫມົດລົງຫລັງຈົບລະດູການນີ້ ເຊິ່ງກອງກາງທີມຊາດບຣາຊິລ ຕອບວ່າ : ‘‘ ຂ້ອຍບໍ່ຄິດແບບນັ້ນ ຂ້ອຍຕ້ອງການລົງຫລິ້ນຢ່າງສະຫມ່ຳສະເຫມີ ຂ້ອຍຈະກັບໄປບຣາຊິລຢ່າງແນ່ນອນ ຂ້ອຍຕັດສິນໃຈຮ່ວມກັບຄອບຄົວແລ້ວ ແລະ ນັ້ນເປັນສິ່ງສຳຄັນທີ່ສຸດສຳລັບຂ້ອຍ ’’.

ຂະນະທີ່ ເປບ ກວາດີໂອລາ ຜູ້ຈັດການທີມແມນຊິຕີ ກໍກ່າວເຖິງເລື່ອງນີ້ ຫລັງຮູ້ວ່າ ແຟນນັນດິນໂຢ ຈາກສື່ມວນຊົນວ່າ : ‘‘ ຂ້ອຍບໍ່ຮູ້ເລື່ອງ ພວກເຈົ້າເປັນຄົນໃຫ້ຂ່າວນີ້ກັບຂ້ອຍ ຂ້ອຍບໍ່ເຄີຍໄດ້ຍິນເລື່ອງນີ້ມາກ່ອນ ເຮົາມາຖ້າເບິ່ງນຳກັນວ່າຈະເກີດຫຍັງຂຶ້ນເມື່ອຈົບລະດູການນີ້ ຂ້ອຍຍັງບໍ່ຮູ້ວ່າຈະເກີດຫຍັງຂຶ້ນ ’’.

ສຳລັບ ແຟນັນດິນໂຢ ຢູ່ກັບ ແມນ ຊິຕີ ມາດົນເຖິງ 9 ປີ ຫລັງຍ້າຍຈາກ ຊັກຕາ ໂດເນັດ ເມື່ອປີ 2013 ແຕ່ລະດູການນີ້ຕ້ອງເປັນຕົວສຳຮອງສ່ວນຫລາຍ ເຊິ່ງຕອນີ້ລົງຫລິ້ນໄປພຽງ 373 ນັດ ລວມທຸກລາຍເຮັດໄດ້ 25 ປະຕູ ຄວ້າແຊ໊ມ 12 ໃບ ປະກອບດ້ວຍ ພຣີເມຍລີກ 4 ສະໄຫມ, ເອຟເອ ຄັບ 1 ສະໄຫມ, ລີກຄັບ 6 ສະໄຫມ, ຄອມມິວນິຕີ ຊິລ 1 ສະໄຫມ ແລະ ເກືອບໄດ້ແຊ໊ມຢູຟາ ແຊ໊ມປຽນລີກ ເມື່ອລະດູການຜ່ານມາ ແຕ່ພາດທ່າເສຍໃຫ້ ເຊລຊີ 0-1ໃນຮອບຊີງຊະນະເລີດ.