ທ່ານ ຣິຊິ ຊູນັກ ຮັບຕຳແໜ່ງນາຍົກລັດຖະມົນຕີອັງກິດຢ່າງເປັນທາງການ ໃຫ້ຄຳໝັ້ນນຳພາປະເທດຜ່ານພົ້ນບັນຫາເສດຖະກິດ ແລະ ການເມືອງ

ທ່ານ ຣິຊິ ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດຢ່າງເປັນທາງການໃນວັນທີ 25 ຕຸລາ 2022 ຫລັງໄດ້ຮັບການແຕ່ງຕັ້ງຈາກພະເຈົ້າຊາລທີ 3 ພ້ອມປະກາດສູນທອນພົດທຳອິດຫລັງຮັບຕຳແໜ່ງ ໂດຍໃຫ້ຄຳໝັ້ນວ່າ: ຈະເລັ່ງຟື້ນຟູຄວາມເຊື່ອໝັ້ນ ແລະ ຄວາມໝັ້ນໃຈ ແລະ ນຳພາປະເທດຜ່ານພົ້ນຫລາກຫລາຍບັນຫາ ລວມທັງບັນຫາການເມືອງ ແລະ ເສດຖະກິດທີ່ກຳລັງຂະຫຍາຍຕົວ.

ທ່ານ ຊູນັກ ອະດີດລັດຖະມົນຕີການເງິນ ອາຍຸ 42 ປີ ຈາກພັກຄອນເຊີເວທີບ ກາຍເປັນນາຍົກລັດຖະມົນຕີອັງກິດຄົນທີ 3 ໃນໄລຍະເວລາພຽງ 2 ເດືອນ ແລະ ຍັງເປັນນາຍົກລັດຖະມົນຕີອັງກິດຄົນທຳອິດທີ່ມີເຊື້ອສາຍອິນເດຍ ລວມທັງນັບຖືສາສະໜາຮິນດູ.

ໃນການກ່າວສູນທອນພົດຄັ້ງທຳອິດໃນຖານະນາຍົກລັດຖະມົນຕີຢູ່ໜ້າທຳນຽບຖະໜົນດາວນິງ, ທ່ານ ຊູນັກ ໄດ້ເຕືອນເຖິງ “ວິກິດເສດຖະກິດຢ່າງເລິກເຊິ້ງ” ທີ່ປະເທດກຳລັງຜະເຊີນຢູ່ ຈາກສະພາບເສດຖະກິດຕົກຕໍ່າ ແລະ ເງິນເຟີ້ ແລະ ຄວາມບໍ່ແນ່ນອນທາງການເມືອງທີ່ເພີ່ມຂຶ້ນ ຈາກການປ່ຽນຜູ້ນຳເຖິງ 3 ຄົນ ໃນໄລຍະເວລາ 7 ອາທິດ.

ໂດຍທ່ານໃຫ້ຄຳໝັ້ນຈະສ້ອມແປງຄວາມເສຍຫາຍຈາກຜົນການດຳເນີນນະໂຍບາຍເສດຖະກິດຂອງທ່ານ ນາງ ລິຊ ທຣັສ ອະດີດນາຍົກລັດຖະມົນຕີທີ່ຫາກໍພົ້ນຈາກຕຳແໜ່ງ ແລະ ຢືນຢັນວ່າ: ຈະວາງນະໂຍບາຍເສດຖະກິດໂດຍມີສະຖຽນລະພາບ ແລະ ຄວາມເຊື່ອໝັ້ນເປັນຫົວໃຈຫລັກ.

ອ້າງອີງ:

https://www.wsj.com/articles/rishi-sunak-takes-over-as-u-k-prime-minister-amid-growing-economic-and-political-crisis-11666698079