Liz Truss ລາອອກແລ້ວ ຫລັງເປັນນາຍົກລັດຖະມົນຕີອັງກິດ 45 ວັນ ສັ້ນສຸດໃນປະຫວັດສາດ

Liz Truss ນາຍົກລັດຖະມົນຕີອັງກິດ ປະກາດລາອອກຈາກຕຳແໜ່ງ ຫລັງດຳລົງຕຳແໜ່ງນາຍົກລັດຖະມົນຕີພຽງ 45 ວັນ ເຊິ່ງເປັນໄລຍະເວລາສັ້ນທີ່ສຸດໃນປະຫວັດສາດ.
ການລາອອກຂອງນາງ Truss ມີຂຶ້ນຫລັງຕ້ອງຜະເຊີນກະແສກົດດັນເລື່ອງນະໂຍບາຍດ້ານການເງິນ ແລະ ພາສີ ເຊິ່ງຖືກເບິ່ງວ່າສ້າງຄວາມປັ່ນປ່ວນໃຫ້ຕະຫລາດການເງິນ.
ກ່ອນໜ້ານີ້, ນາງ Truss ຫາກໍເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີແທນທ່ານ ບໍຣິສ ຈອນສັນ ໃນວັນທີ 6 ກັນຍາຜ່ານມາ ຖືເປັນນາຍົກລັດຖະມົນຕີຄົນສຸດທ້າຍທີ່ໄດ້ຮັບການແຕ່ງຕັ້ງໂດຍສົມເດັດພະຣາຊິນີນາກເອລິຊາເບດທີ 2 ກ່ອນພະອົງຈະເສຍຊີວິດພຽງ 2 ວັນ.
ຕໍ່ຈາກນີ້ ທາງພັກອະນຸລັກນິຍົມຈະມີການເລືອກຫົວໜ້າພັກຄົນໃໝ່ພາຍໃນອາທິດໜ້າ ແລະ ຜູ້ທີ່ໄດ້ຮັບເລືອກຈະກ້າວຂຶ້ນມາເປັນນາຍົກລັດຖະມົນຕີຄົນຕໍ່ໄປ. ຂະນະທີ່ທ່ານ ເຊີ ເດຍ ສະຕາເມີ ຫົວໜ້າພັກແຮງງານ ເຊິ່ງເປັນພັກຝ່າຍຄ້ານ ອອກມາຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ໃນທັນທີ.
ອ້າງອີງ:

