ການສຶກສາໃນອາຟຣິກາໃຕ້ເຜີຍ ເຊື້ອໂອມິຄຣອນເພີ່ມໂອກາດ 3 ເທົ່າ ໃຫ້ຜູ້ທີ່ເຄີຍຕິດໂຄວິດແລ້ວອາດຕິດອີກໄດ້

ວັນທີ 3 ທັນວາ 2021, ຈາກການສຶກສາໃນອາຟຣິກາໃຕ້ທີ່ຮວບຮວມຂໍ້ມູນນັບແຕ່ຊ່ວງທຳອິດຂອງການແຜ່ລະບາດໂຄວິດ ໂດຍ ຈູລຽດ ພູລຽມ ນັກວິເຄາະຈາກ Center for Epidemiological Modelling and Anzlysis (CEMA) ຂອງອາຟຣິກາໃຕ້ ແລະ ແຮຣີ ມອລທຣີ ຈາກສູນພະຍາດລະບາດແຫ່ງຊາດ (NICD) ເຜີຍວ່າ: ເຊື້ອໄວຣັສໂຄໂຣນາກາຍພັນ ສາຍພັນໂອມິຄຣອນ ເພີ່ມໂອກາດໃຫ້ຜູ້ທີ່ເຄີຍຕິດໂຄວິດແລ້ວອາດຕິດອີກໄດ້ເຖິງ 3 ເທົ່າ.

ໂດຍການສຶກສາດັ່ງກ່າວໄດ້ຮວບຮວມຂໍ້ມູນຂອງຜູ້ຕິດໂຄວິດໃນລະບົບສາທາລະນະສຸກຂອງອາຟຣິກາໃຕ້ປະມານ 2,8 ລ້ານຄົນ ນັບແຕ່ເດືອນມີນາ 2020 ຈົນເຖິງວັນທີ 27 ພະຈິກຜ່ານມາ ໂດຍໃນຈຳນວນຜູ້ຕິດເຊື້ອທັງໝົດນີ້ມີຈຳນວນ 35.670 ຄົນອາດພົບປະຫວັດການຕິດໂຄວິດອີກ.

“ສິ່ງທີ່ເຮົາໃຫ້ຄວາມສຳຄັນຫລາຍທີ່ສຸດຕອນນີ້ຄືຂອບເຂດຄວາມສາມາດໃນການຫລີກລ່ຽງລະບົບພູມຕ້ານທານ ທັງຈາກທີ່ເກີດຂຶ້ນເອງ ແລະ ເກີດຂຶ້ນຈາກການເຂົ້າຮັບວັກຊີນຂອງເຊື້ອໂອມິຄຣອນ ລວມທັງຄວາມສາມາດໃນການແຜ່ກະຈາຍເຊື້ອ ແລະ ຄວາມຮຸນແຮງຂອງເຊື້ອ ເມື່ອທຽບໃສ່ສາຍພັນອື່ນໆ”.

ກວດພົບເຊື້ອໂອມິຄຣອນໃນຫລາຍປະເທດທາງຕອນໃຕ້ຂອງທະວີບອາຟຣິກາ ໂດຍທາງການອາຟຣິກາໃຕ້ປະກາດໃຫ້ປະຊາຄົມໂລກຮັບຮູ້ປະມານວັນທີ 25 ພະຈິກຜ່ານມາ ກ່ອນອົງການອະນາໄມໂລກ (WHO) ຈະປະກາດໃຫ້ເຊື້ອສາຍພັນນີ້ເປັນສາຍພັນທີ່ໜ້າກັງວົນ (VOC) ຕໍ່ຈາກເຊື້ອເດວຕາ ກ່ອນຈະພົບຜູ້ຕິດເຊື້ອໃນຫລາຍປະເທດຕໍ່ເນື່ອງ ຜູ້ຕິດໂຄວິດໃນອາຟຣິກາໃຕ້ເອງກໍເພີ່ມຈຳນວນຂຶ້ນອີກທົບເທົ່າໃນວັນດຽວ ທ່າມກາງການແຜ່ລະບາດຂອງເຊື້ອໂອມິຄຣອນ ຜູ້ຊ່ຽວຊານເຝົ້າຕິດຕາມ ເຊື້ອໂອມິຄຣອນອາດມີທ່າອ່ຽງກາຍເປັນເຊື້ອສາຍພັນຫລັກທີ່ແຜ່ລະບາດໃນປະເທດແທນເຊື້ອເດວຕາໄດ້ໃນອະນາຄົດ.

ອ້າງອີງ: