ເຫັນດີຮັບຮອງເອົາຜົນງານຂອງຄູສອນມະຫາວິທະຍາໄລແຫ່ງຊາດ ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ ຈຳນວນ 13 ທ່ານ

ວັນທີ 11 ຕຸລາ 2022 ຜ່ານມາ ສະພາການສຶກສາຊັ້ນສູງແຫ່ງຊາດ ເປັນເຈົ້າການ ເຫັນດີຮັບຮອງເອົາຜົນງານຂອງຄູສອນມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຈຳນວນ 13 ທ່ານ ໃນນັ້ນ ໄດ້ຮັບຄະແນນເຕັມ 100% ມີ 11 ທ່ານ ແລະ ໄດ້ຮັບຄະແນນ 93 % ມີ 2 ທ່ານ ເພື່ອຈະນຳສະເໜີພິຈາລະນາແຕ່ງຕັ້ງຂັ້ນສາດສະດາຈານຢ່າງເປັນທາງການຕາມຂັ້ນຕອນຕໍ່ໄປ. ສາຊັ້ນສູງແຫ່ງຊາດ, ມີຄະນະກຳມະການທັງໝົດ 15 ທ່ານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສະເໜີຜົນງານຂອງຜູ້ສະເໜີຂໍຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ ຈຳນວນທັງໝົດ 13 ທ່ານ ທີ່ສັງກັດຢູ່ມະຫາວິທະຍາໄລແຫ່ງຊາດ, ສະເໜີລາຍງານຜົນການລົງເກັບກຳຂໍ້ມູນ ແລະ ປະເມີນສະຖາບັນເຕັກໂນໂລຊີ ສຸດສະກະ ເພື່ອຍົກສະຖານະເປັນສະຖາບັນສົມບູນ, ສະເໜີລາຍງານຄວາມພ້ອມຂອງວິທະຍາໄລ 2 ແຫ່ງ ທີ່ສະເໜີຂໍຍົກເປັນສະຖາບັນ ຄື: ວິທະຍາໄລສຸກສະຫວັດ ແລະ ວິທະຍາໄລ ລາວ-ອາເມຣິກາ ແລະ ລາຍງານກ່ຽວກັບຜົນສຳເລັດໃນການປັບປຸງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ກອງປະຊຸມໄດ້ເຫັນດີເປັນເອກະພາບຕົກລົງ ແລະ ຮັບຮອງເອົາບັນດາມະຕິຕ່າງໆ ໂດຍສະເພາະເຫັນດີຮັບຮອງເອົາຜົນງານຂອງຄູສອນມະຫາວິທະຍາໄລແຫ່ງຊາດ ຈຳນວນ 13 ທ່ານ ໃນນັ້ນ ໄດ້ຮັບຄະແນນເຕັມ 100% ມີ 11 ທ່ານ ແລະ ໄດ້ຮັບຄະແນນ 93% ມີ 2 ທ່ານ ຄື:
- ທ່ານ ຮສ.ປອ ວິຈິດ ລຳໄຊ ສາຂາຊີວະວິທະຍາ
- ທ່ານ ບຸນທອນ ສຸຂະວົງ ສາຂາ ເສດຖະສາດພັດທະນາ ແລະ ນະໂຍບາຍ,
- ທ່ານ ປອ ນາງ ວັນແສງ ຈຸລະມະນີ ສາຂາເຄມີ
- ທ່ານ ປອ ແຫຼມທອງ ລັດດາວົງ ສາຂາຟີຊິກສາດ
- ທ່ານ ປອ ສູນທອນ ສິງສຸໂພ ສາຂາຟີຊິກສາດ
- ທ່ານ ປອ ນາງ ມາລາວັນ ຈິດຕະວົງ ສາຂາວິທະຍາສາດສັດ, ອາຫານ ແລະ ການຈັດການ
- ທ່ານ ປອ ວຽງສະກຸນ ນາປະເສີດ ສາຂາວິທະຍາສາດການລ້ຽງສັດ,
- ທ່ານ ປອ ສາຍທອງ ວິໄລວົງ ສາຂາລະບົບການຜະລິດກະສິກຳ,
- ທ່ານ ປອ ນາງ ດວງມາລາ ກຸນຊະນະ ສາຂາໂຄງສ້າງສະຖາປັດຕະຍະກຳສາດ,
- ທ່ານ ປອ ດອນແກ້ວ ຫຼ້າແກ່ນຈັນ ສາຂາວິສະວະກຳໂທລະຄົມມະນາຄົມ,
- ທ່ານ ແກ້ວ ກັນລະຍາ ສີຫາລາດ ສາຂາ ວິສະວະກຳເອເລັກໂຕຣນິກ
- ທ່ານ ປອ ໄຊພອນ ກອງມະນີລາ ສາຂາບໍລິຫານທຸລະກິດ,
- ທ່ານ ປອ ອູ່ຄຳ ສີສຸນົນ ສາຂາ ເສດຖະສາດ

