ສາທາລະນະສຸກເຕືອນນໍາໃຊ້ ເຄື່ອງກວດໄວພະຍາດໂຄວິດ-19

ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ອອກມາເຕືອນສັງຄົມ ແລະ ບັນດາສະຖານທີ່ບໍລິການສາທາລະນະສຸກ ຫ້າມນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງທົດສອບແບບໄວ (Rapid Test) ເພື່ອຊອກຫາເຊື້ອພະຍາດ COVID-19, ຖ້າລະເມີດຈະຖືກກ່າວເຕືອນ ແລະ ລົງໂທດຕາມລະບຽບກົດ ໝາຍ. ເນື່ອງຈາກເຄື່ອງກວດປະເພດນີ້, ຍັງບໍ່ສາມາດຮັບປະກັນເຖິງຄວາມຖືກຕ້ອງຂອງການບົ່ງມະຕິພະຍາດ, ເຊິ່ງການກວດຫາເຊື້ອພະຍາດດັ່ງກ່າວ ຕ້ອງໃຊ້ເວລາ ແລະ ດຳເນີນໄປຕາມຂັ້ນຕອນ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ປະຕິບັດຕາມການແນະນໍາມາດຕະການປ້ອງກັນພະຍາດ COVID-19 ຂອງກະຊວງສາທລະນະສຸກໃຫ້ເຂັ້ມງວດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ