ຫລາຍພາກພື້ນໃນຝຣັ່ງພົບການລະບາດຮອບໃໝ່ຂອງ “ໄຂ້ຫວັດສັດປີກ”

ຝຣັ່ງລາຍງານການພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ ແລະ ສັດປີກຕິດເຊື້ອໄວຣັສດັ່ງກ່າວໃນຫລາຍພາກພື້ນຂອງປະເທດ.
ວັນທີ 17 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລາຍງານຄາດວ່າການປົນເປື້ອນເຊື້ອໄວຣັສໄຂ້ຫວັດສັດປີກຢູ່ຟາມວ໊ອງເດນັ້ນ ມີສາເຫດມາຈາກນົກປ່າທີ່ຕິດເຊື້ອໄວຣັສ. ຂະນະທີ່ຟາມທົ່ວປະເທດມີການກຳຈັດສັດປີກຫລາຍກວ່າ 330.000 ໂຕ ນັບແຕ່ວັນທີ 1 ສິງຫາຜ່ານມາ ແລະ ຢືນຢັນພົບການແພ່ລະບາດໃນຟາມຈຳນວນ 24 ກຸ່ມ ເມື່ອນັບຮອດວັນທີ 14 ຕຸລາຜ່ານມາ.
ໃນເວລາດຽວກັນ, ພາກພື້ນທາງຕາເວັນຕົກສຽງເໜືອຂອງຝຣັ່ງລາຍງານ ການພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກຫລາຍຄົນ ໂດຍພະຍາດດັ່ງກ່າວກັບມາແພ່ລະບາດເນື່ອງຈາກອຸນຫະພູມອາກາດຫລຸດລົງ ແລະ ລະດູໃບໄມ້ຫລົ່ນຍັງເປັນຊ່ວງເລີ່ມຕົ້ນການອົບພະຍົບຂອງນົກ ເຊິ່ງເຮັດໃຫ້ສະຖານະການກຸ່ມສ່ຽງເພີ່ມຂຶ້ນ.

