ຢູກັນດາສັ່ງໝໍພື້ນບ້ານຢຸດປິ່ນປົວຄົນເຈັບ ປ້ອງກັນອີໂບລາລຸກລາມ

ປະທານາທິບໍດີ ໂຢເວຣີ ມູເຊເວນີ ຜູ້ນຳຢູກັນດາ ມີຄຳສັ່ງໃຫ້ແພດພື້ນບ້ານຢຸດປິ່ນປົວຄົນເຈັບ ເພື່ອປ້ອງກັນການແພ່ກະຈາຍຂອງເຊື້ອໄວຣັສອີໂບລາ ເຊິ່ງຂ້າຊີວິດປະຊາຊົນໃນປະເທດແລ້ວ 19 ຄົນ.
ວັນທີ 14 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນການກ່າວຖະແຫລງທາງໂທລະພາບ ທ່ານ ມູເຊເວນີ ມີຄຳສັ່ງໃຫ້ເຈົ້າໜ້າທີ່ຄວາມໝັ້ນຄົງ ເຂົ້າຈັບກຸມຜູ້ຕ້ອງສົງໄສທີ່ອາດຕິດເຊື້ອໄວຣັສອີໂບລາໄດ້ ຖ້າພວກເຂົາປະຕິເສດຈະແຍກກັກຕົວ.
ຂະນະທີ່ ທ່ານ ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວໃນກອງປະຊຸມຈາກເມືອງເຈນີວາວ່າ: ການທົດລອງທາງຄລີນິກຈະເລີ່ມຕົ້ນໃນມໍ່ໆນີ້ ໂດຍຈະກ່ຽວຂ້ອງກັບຢາທີ່ໃຊ້ຕໍ່ສູ້ພະຍາດອີໂບລາສາຍພັນສະເພາະ ທີ່ກຳລັງລະບາດໃນຢູກັນດາ ຫລື ເຊື້ອໄວຣັສອີໂບລາສາຍພັນຊູດານ ເຊິ່ງປັດຈຸບັນຍັງບໍ່ມີວັກຊີນປ້ອງກັນ.
ທັງນີ້, ທ່ານ ມູເຊເວນີ ກ່າວວ່າ: ມີຜູ້ຕິດເຊື້ອເສຍຊີວິດພຽງຄົນດຽວໃນນະຄອນຫລວງກຳປາລາ ໂດຍລາວເປັນຊາຍອາຍຸ 45 ປີ ທີ່ມີເຊື້ອສາຍຊາວຄອງໂກ ເຊິ່ງໜີການກັກຕົວໃນເຂດມູເບນເດ ຫລັງຈາກພີ່ນ້ອງຄົນໜຶ່ງເສຍຊີວິດ ແລະ ໄປຂໍການຊ່ວຍເຫລືອຈາກໝໍຜີ.
“ໝໍຜີ, ແພດພື້ນບ້ານ ແລະ ແພດສະໝຸນໄພ ບໍ່ຄວນຮັບປິ່ນປົວຄົນເຈັບໃນຕອນນີ້ ກະລຸນາຢຸດສິ່ງທີ່ທ່ານກຳລັງເຮັດຢູ່” ທ່ານ ມູເຊເວນີ ກ່າວ.
ນອກຈາກນີ້, ການປະເມີນຂອງ WHO ຍັງພົບວ່າ: ຄວາມສ່ຽງຂອງການແພ່ກະຈາຍຂອງເຊື້ອໄວຣັສອີໂບລາສາຍພັນຊູດານໄປປະເທດໃກ້ຄຽງ “ຢູ່ໃນລະດັບສູງ” ເນື່ອງຈາກການເຄື່ອນຍ້າຍຂ້າມຊາຍແດນລະຫວ່າງຢູກັນດາ ແລະ ປະເທດອື່ນໆ.
