IEA ຊີ້ລາຄານ້ຳມັນຂາຂຶ້ນກະທົບຜູ້ບໍລິໂພກ
ສຳນັກງານພະລັງງານສາກົນ (IEA) ລະບຸວ່າ: ລາຄານ້ຳມັນທີ່ລະດັບສູງກຳລັງສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ແລະ ສົ່ງສັນຍານລົບຕໍ່ຜູ້ຜະລິດ.
ທ່ານ ຟາຕີ ໄບຣອລ ຜູ້ອຳນວຍການຂອງ IEA ກ່າວວ່າ: ລາຄານ້ຳມັນທີ່ເພີ່ມຂຶ້ນໄດ້ເຮັດໃຫ້ຫລາຍປະເທດປະສົບບັນຫາຂາດດຸນບັນຊີ, ແຕ່ຄາດຄະເນວ່າ: ອຸປະສົງນ້ຳມັນຈະຍັງຄົງຂະຫຍາຍຕົວຕໍ່ໄປ ເຖິງວ່າມີການໃຊ້ລົດຍົນໄຟຟ້າຫລາຍຂຶ້ນ ເນື່ອງຈາກຍັງມີການໃຊ້ປລາສຕິກ. ຂະນະທີ່ອຸດສາຫະກຳການບິນມີການຂະຫຍາຍຕົວ ເຊິ່ງຈະເຮັດໃຫ້ມີການລົງທຶນດ້ານການກັ່ນນ້ຳມັນເພື່ອຜະລິດປິໂຕຣເຄມີ ແລະ ນ້ຳມັນຍົນ.
ທັງນີ້, ປະເທດໃນຕະຫລາດເກີດໃໝ່ໃນອາຊີເຊັ່ນ: ອິນເດຍ ແລະ ອິນໂດເນເຊຍ ຕ່າງກໍຖືກກະທົບຈາກລາຄານ້ຳມັນດິບທີ່ເພີ່ມຂຶ້ນປະມານ 15% ນັບແຕ່ຕົ້ນປີນີ້. ຂະນະທີ່ຄ່າເງິນໃນປະເທດຫລຸດລົງທຽບໃສ່ໂດລາ ເປັນປັດໄຈຊ່ວຍໜຸນລາຄານ້ຳມັນເພີ່ມສູງຂຶ້ນ ແລະ ດຶງການຂະຫຍາຍຕົວທາງເສດຖະກິດ.
ນອກຈາກນີ້, ທ່ານ ໄບຣອລ ຍັງລະບຸວ່າ: ຄວາມຕ້ອງການໃຊ້ແກັສທຳມະຊາດແຫລ (LNG) ຈະເພີ່ມຂຶ້ນເຊັ່ນກັນ ໂດຍການຊື້ຂາຍ LNG ໃນລະດັບໂລກຈະຫລາຍກວ່າ 5 ແສນລ້ານແມັດກ້ອນຕໍ່ວັນພາຍໃນປີ 2023 ເພີ່ມຂຶ້ນ 1 ໃນ 3 ໃນໄລຍະ 5 ປີຕໍ່ໜ້າ. ຂະນະທີ່ກາຕາ, ອົດສະຕຣາລີ ແລະ ອາເມລິກາ ຈະເປັນປະເທດຜູ້ສົ່ງອອກ LNG ປະມານ 60% ຂອງທົ່ວໂລກພາຍໃນປີ 2023.

