ລົງນາມສັນຍາ ວ່າດ້ວຍການເປັນຄູ່ຮ່ວມມື ລະຫວ່າງ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ກັບ ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ ໃນການຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ ຜ່ານລະບົບ FINLINK

ວັນທີ 6 ຕຸລາ 2022 ຜ່ານມາ, ໄດ້ພິທີ ລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມື ລະຫວ່າງ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ກັບ ກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ໃນການຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ ຜ່ານລະບົບ FINLINK ແລະ ລະບົບຂອງບໍລິສັດ LAPNet, ພ້ອມທັງ ເປີດໂຕການຊໍາລະຂ້າມທະນາຄານຜ່ານ LAPNet (Lao QR Pay).

อาจเป็นรูปภาพของ 13 คน และ ผู้คนกำลังยืน

ພິທິການລົງນາມໃນຄັ້ງນີ້ຕາງໜ້າລົງນາມ ທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ແລະ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ. ມີ  ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

อาจเป็นรูปภาพของ 1 คน

ທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ລາຍງານວ່າ ກະຊວງການເງິນ ວ່າ: ໄດ້ພັດທະນາລະບົບເຊື່ອມຕໍ່ ຮັບໃຊ້ວຽກງານເກັບລາຍຮັບງົບປະມານແຫ່ງລັດ ຜ່ານທະນາຄານທຸລະກິດ ແຕ່ການພັດທະນາລະບົບທີ່ກ່າວມານັ້ນ ຍັງບໍ່ທັນລວມສູນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ເຊື່ອມຕໍ່, ສະຫລຸບລາຍງານ ໃຫ້ທັນສະພາບການ, ກະຊວງການເງິນ ຈິ່ງໄດ້ພັດທະນາລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ແບບລວມສູນ (ລະບົບ FINLINK) ຊຶ່ງແມ່ນໜຶ່ງໃນ ໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ (ດິຈິຕອນ), ເປັນລະບົບໃຈກາງ ລວມສູນ ການເຊື່ອມຕໍ່ ລະຫວ່າງ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ພາຍໃນຂອງກະຊວງການເງິນ ແລະ ເຊື່ອມຕໍ່ກັບ ລະບົບການຊໍາລະທີ່ ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ໂດຍສະເພາະ ລະບົບການຊໍາລະທຸລະກໍາຍ່ອຍ ຂອງບໍລິສັດ LAPNet ເຊິ່ງຈະຊ່ວຍເພື່ອຫຼຸດຜ່ອນຂອດຂັ້ນໃນການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ ໃຫ້ກະທັດຮັດ, ມີຄວາມໂປ່ງໃສ, ການສະຫລຸບລາຍງານມີຄວາມສະດວກ, ວ່ອງໄວ.

อาจเป็นรูปภาพของ 1 คน และ กำลังยืน

ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບຈຸດປະສົງຂອງການລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືລະຫວ່າງ ສອງພາກສ່ວນໃນມື້ນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານຕົວຈິງຂອງລັດຖະບານ ໃນການຫັນການເກັບລາຍຮັບງົບປະມານ ແລະ ການພັດທະນາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ເປັນທັນສະໄໝ ໂດຍສະເພາະ ແມ່ນການເບີກຈ່າຍງົບປະມານ, ການຈັດເກັບລາຍຮັບ ພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆທັງໝົດ ຜ່ານຜູ້ໃຫ້ບໍລິການຊໍາລະ (ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນ ຫຼື ບໍລິສັດຟິນເຕັກ (Fintech) ທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ໂດຍຜ່ານລະບົບ FINLINK ທີ່ກະຊວງການເງິນພັດທະນາ ແລະ ລະບົບຂອງບໍລິສັດ LAPNet ທີ່ ທຫລ ເປັນຜູ້ຄຸ້ມຄອງ ແລະ ຊຸກຍູ້ການພັດທະນາ ເຊິ່ງຈະຊ່ວຍເຮັດໃຫ້ວຽກງານການຊໍາລະ ແບບເອເລັກໂຕຣນິກມີທ່າອ່ຽງຂະຫຍາຍຕົວຫຼາຍຂື້ນ ທັງເປັນການຫຼຸດຜ່ອນການນໍາໃຊ້ເງິນສົດໃນສັງຄົມ (Cashless Society) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອລ (Digital Economy) ກໍຄືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມກ້າວໜ້າຂຶ້ນ ເທື່ອລະກ້າວ.

ນອກຈາກ ການລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມື ລະຫວ່າງ ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ ກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ຢ່າງເປັນທາງການໃນມື້ນີ້ແລ້ວ ຍັງໄດ້ຈັດພິທີເປີດໂຕການຊຳລະຂ້າມທະນາຄານຜ່ານ LAPNet (Lao QR Pay) ຊຶ່ງຖືວ່າເປັນຜົນສຳເລັດໜຶ່ງ ທີ່ສຳຄັນຂອງວຽກງານການຊໍາລະ ໃນການພັດທະນານໍາໃຊ້ມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ ທີ່ເປັນທັນສະໄໝ, ມີຄວາມສະດວກ, ສາມາດເຊື່ອມໃຊ້ຮ່ວມກັນໄດ້ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ຜູ້ຊົມໃຊ້ທົ່ວໄປທີ່ຈະຕ້ອງໄດ້ ເປີດບັນຊີກັບຫຼາຍທະນາຄານ ຈຶ່ງຈະສາມາດຊຳລະກັບຮ້ານຄ້າຕ່າງໆໄດ້. ໃນເບື້ອງຕົ້ນ ການຊຳລະຂ້າມທະນາຄານຜ່ານ LAPNet (Lao QR Pay) ແມ່ນສາມາດໃຫ້ບໍລິການ ໄດ້ທັງໝົດ 06 ທະນາຄານດັ່ງນີ້:

  • ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ;
  • ທະນາຄານ ເພື່ອການລົງທຶນ ແລະ ການຄ້າ;
  • ທະນາຄານ ຮ່ວມພັດທະນາ;
  • ທະນາຄານ ສົ່ງເສີມກະສິກຳ ຈຳກັດ;
  • ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ແລະ
  • ທະນາຄານ ອິນໂດຈີນຈຳກັດ.

ພ້ອມດຽວກັນນັ້ນກໍ່ຍັງມີອີກ 03 ທະນາຄານ ຄື: ທະນາຄານ ພັດທະນາລາວ ຈໍາກັດ, ທະນາຄານ ມາຣູຮານ ເຈແປນລາວ ແລະ ທະນາຄານ ກະສິກອນໄທ ຈຳກັດ ທີ່ກໍາລັງກະກຽມຄວາມພ້ອມທີ່ຈະໃຫ້ບໍລິການໃນທ້າຍປີ 2022 ນີ້ ເຊິ່ງ ທະນາຄານແຫ່ງ ສປປ ລາວ ກໍມີແຜນທີ່ຈະຊຸກຍູ້ ແລະ ເຮັດວຽກຮ່ວມກັບບັນດາຜູ້ໃຫ້ບໍລິການຊໍາລະອື່ນທີ່ຍັງບໍ່ທັນໄດ້ເຂົ້າຮ່ວມ ໃຫ້ມາເຂົ້າຮ່ວມເປັນສ່ວນໜຶ່ງຂອງການຊໍາລະຂ້າມທະນາຄານຜ່ານ LAPNet (Lao QR Pay) ເພື່ອໃຫ້ຜູ້ຊົມໃຊ້ສາມາດຊໍາລະຄ່າສິນຄ້າ-ບໍລິການ, ພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ຮ່ວມກັນໄດ້ໃນຂອບເຂດທົ່ວປະເທດ.

ພິທີໃນມື້ນີ້ ຖືເປັນນິມິດໝາຍອັນດີຂອງ ສປປ ລາວ ໃນການສ້າງສະພາບແວດລ້ອມທີ່ດີ ແລະ ໂຄງລ່າງພື້ນຖານດ້ານການຊໍາລະ ແນໃສ່ຄຸ້ມຄອງການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ ທີ່ທັນສະໄໝ, ປອດໄພ, ສະດວກສະບາຍ, ລະບົບສາມາດເຊື່ອມໃຊ້ຮ່ວມກັນໄດ້ ເພື່ອເອື້ອອຳນວຍຕໍ່ການພັດທະນາປະເທດແບບຍືນຍົງຕໍ່ໄປ.