ຮົງກົງ ຍົກລະດັບເຂັ້ມງວດໂຄວິດລະບາດ ຫ້າມຊຸມນຸມເກີນ 2 ຄົນ ບັງຄັບໃສ່ຜ້າປິດປາກ-ດັງທຸກສະຖານທີ່

ຮົງກົງປະກາດຍົກລະດັບມາດຕະການເຂັ້ມງວດໂຄວິດລະບາດ ຫ້າມປະຊາຊົນຊຸມນຸມເກີນ 2 ຄົນ, ຫ້າມຮັບປະທານອາຫານໃນຮ້ານອາຫານ, ບັງຄັບໃສ່ຜ້າປິດປາກ-ດັງໃນສະຖານທີ່ສາທາລະນະທຸກບ່ອນ ຫລັງຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຕໍ່ເນື່ອງ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການຮົງກົງໄດ້ປະກາດຍົກລະດັບມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຫ້າມປະຊາຊົນຊຸມນຸມເກີນ 2 ຄົນ, ຫ້າມຮັບປະທານອາຫານຢູ່ຮ້ານອາຫານ ແລະ ບັງຄັບໃສ່ຜ້າປິດປາກ-ດັງຢູ່ສະຖານທີ່ສາທາລະນະທຸກບ່ອນ ເຊິ່ງມາດຕະການດັ່ງກ່າວຈະມີຜົນໃນວັນທີ 29 ກໍລະກົດ 2020.
ການຍົກລະດັບມາດຕະການດັ່ງກ່າວເກີດຂຶ້ນຫລັງຈາກ ຮົງກົງພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະນີ້ ໂດຍຮົງກົງມີຜູ້ຕິດເຊື້ອສະສົມຫລາຍກວ່າ 2.600 ຄົນແລ້ວ ແລະ ເສຍຊີວິດ 19 ຄົນ.
ນອກຈາກນີ້ ຈຳນວນຜູ້ຕິດເຊື້ອໃໝ່ໃນວັນທີ 26 ກໍລະກົດຜ່ານມາ ຍັງສ້າງສະຖິຕິພົບຜູ້ຕິດເຊື້ອໃໝ່ໃນຕົວເລກຫລັກຮ້ອຍເປັນມື້ທີ 5 ຕິດຕໍ່ກັນນຳອີກ.
ທ່ານ ແມດທິວ ເສິງ ເລຂາທິການເຈົ້າຄອງເຂດປົກຄອງພິເສດຮົງກົງ ເປີດເຜີຍວ່າ: ສະຖານະການຢູ່ຮົງກົງໜ້າເປັນຫ່ວງ ເນື່ອງຈາກການແຜ່ລະບາດທີ່ກຳລັງເກີດຂຶ້ນຮຸນແຮງທີ່ສຸດເທົ່າທີ່ຮົງກົງເຄີຍຜະເຊີນ ໂດຍມາດຕະການໃໝ່ນີ້ຈະມີຜົນບັງຄັບໃຊ້ເປັນເວລາ 7 ວັນ.
ກ່ອນໜ້ານີ້ ລັດຖະບານຮົງກົງມີຄຳສັ່ງໃຫ້ປະຊາຊົນໃສ່ຜ້າປິດປາກ-ດັງໃນເວລາອອກໄປສະຖານທີ່ສາທາລະນະເຊັ່ນ: ຫ້າງສັບພະສິນຄ້າ, ຊຸບເປີມາເກັດ ແລະ ສະຖານີຂົນສົ່ງ ໂດຍຜູ້ທີ່ຝ່າຝືນຈະຖືກປັບໄໝ 5.000 ໂດລາຮົງກົງ.

