ເສັ້ນທາງປຽບເໝືອນເສັ້ນເລືອດ ຕ້ອງໄດ້ປົວແປງຮັກສາ

ບົດຄວາມ: ລາວພັດທະນາ
ມັກໄດ້ຍິນການປຽບທຽບເສັ້ນທາງຄົມມະນາຄົມວ່າ ເປັນດັ່ງເສັ້ນເລືອດລ້ຽງຮ່າງກາຍຄົນ ແລະ ສັດໃຫ້ມີຊີວິດຢູ່ໄດ້. ກວ້າງກວ່ານີ້ຄືການໃຫ້ຄວາມສຳຄັນຕໍ່ເສັ້ນທາງຄົມມະນາຄົມທີ່ມີບົດບາດຕໍ່ການພັດທະນາ ປະ ເທດຊາດ. ດັ່ງນັ້ນການກໍ່ສ້າງ ແລະ ບູລະນະເສັ້ນທາງກໍຄືການຂະຫຍາຍຕາໜ່າງເສັ້ນທາງຄົມມະນາຄົມ ຈຶ່ງສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
ເມື່ອເສັ້ນທາງມີຄວາມສຳຄັນຢ່າງໃຫຍ່ຫລວງ ຊຶ່ງນອກຈາກຂະຫຍາຍໃໝ່, ໂຕທີ່ມີແລ້ວກໍຕ້ອງໄດ້ບູລະ ນະຮັກສາໃຫ້ໃຊ້ໄດ້ດີຢູ່ສະເໝີເພື່ອສາມາດຕອບສະໜອງຄວາມຮຽກຮ້ອງການໄດ້ຢ່າງເຕັມສ່ວນ. ແນວໃດກໍດີຫລັງຟ້າຝົນຊົນລະທາຢຸດຕົກແດ່ ສັງເກດເຫັນເສັ້ນທາງຫລາຍເສັ້ນເປ່ເພຢ່າງໜັກ ຊຶ່ງຖ້າຂະແໜງການກ່ຽວຂ້ອງບໍ່ບູລະນະຮັກສາເປັນປົກກະຕິ, ປ່ອຍໃຫ້ເປ່ເພຫລາຍແລ້ວຈຶ່ງສ້ອມແປງຍ່ອມສົ່ງຜົນກະທົບຕໍ່ການ ຄົມມະນາຄົມ ແລະ ຕ້ອງໃຊ້ງົບປະມານຫລວງຫລາຍ. ທັງນີ້ເມື່ອສັງເກດ ຫລື ຕິດຕາມຄັກໆ ເມື່ອມັນເປ່ເພແລ້ວ, ຊົ່ວຈະໄດ້ສ້ອມແປງ ແລະ ບູລະນະຄືນໃໝ່ ຍ່ອມເພີ່ມການເປ່ເພໜັກກວ່າເກົ່າ. ເທົ່າທີ່ເຫັນເສັ້ນ ທາງສາຍສຳຄັນ ແລະ ທາງຮ່ອມຢູ່ຫລາຍບ້ານ ຫລາຍເມືອງໃນນະຄອນຫລວງວຽງຈັນ ຕ້ອງບອກວ່າທັງເລິກທັງກວ້າງ ເປັນອັນຕະລາຍທັງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໃຊ້ລົດໃຊ້ຖະໜົນ.
ຢໍ້າອີກເທື່ອໜຶ່ງອີກວ່າ: ເມື່ອເສັ້ນທາງປຽບເໝືອນເສັ້ນເລືອດຍ່ອມມີບົດບາດສຳຄັນຕໍ່ປະເທດຊາດທີ່ຕ້ອງໄດ້ຮັບການພັດທະນາ ແລະ ບູລະນະປົວແປງໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມທີ່ນັບມື້ສູງຂຶ້ນ. ເຖິງວ່າສາມາດສັນຈອນໄປມາໄດ້, ແຕ່ຜູ້ໃຊ້ລົດໃຊ້ຖະໜົນຍັງຢູ່ໃນຄວາມສ່ຽງຂອງການເກີດອຸບັດຕິເຫດ. ມັນເຖິງເວລາແລ້ວທີ່ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງປະຕິບັດມາດຕະ ການໄວແກ້ໄຂບັນຫາຊ່ວຍປະຊາຊົນທີ່ປະສົບຄວາມຫຍຸ້ງຍາກ ແລະ ເດືອດຮ້ອນ ບໍ່ສົມຄວນປ່ອຍປະລະ ເລີຍ ເພາະຫົວໃຈສຳຄັນຂອງການພັດທະນານອກຈາກທຶນຮອນແລ້ວ, ຈິດໃຈຮັບໃຊ້ຊາດ ຮັບໃຊ້ປະຊາ ຊົນຂອງພະນັກງານລັດ ກໍສຳຄັນບໍ່ໜ້ອຍ.

