5 ທາງອອກທີ່ຈະຫລຸດຜ່ອນວິກິດເງິນກີບລາວເຟີ້

ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫາກໍປິດລົງໃນວັນທີ 2 ກໍລະກົດ 2020 ຜ່ານມານີ້, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງເຖິງ 5 ນະໂຍບາຍ ຫລືວ່າ ທາງອອກເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດຄື: ອັນທີໜຶ່ງ: ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍໃຫ້ບຸກຄົນ ຫລື ນິຕິບຸກຄົນທີ່ເຮັດແທ້ທຳຈິງໃຫ້ສາມາດເຂົ້າຫາແຫລ່ງທຶນທີ່ມີຕົ້ນທຶນຕໍ່າໄດ້ສະດວກຍິ່ງຂຶ້ນ ເປັນຕົ້ນການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ-ອຸດສາຫະກຳ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ບໍລິການທີ່ປິ່ນອ້ອມ, ຫັດຖະກຳ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ. ສອງ: ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນກີບ/ຢວນກັບທະນາຄານຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມຕື່ມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫລາຍ. ສາມ: ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນເຂົ້າ-ອອກປະເທດໃຫ້ໄດ້ດີຍິ່ງຂຶ້ນ. ສີ່: ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸ່ນດ່ຽງງົບປະມານ. ຫ້າ: ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ.
ແນວໃດກໍຕາມ, ໃນ 5 ນະໂຍບາຍ ຫລືວ່າ ທາງອອກທີ່ໄດ້ກ່າວມານີ້ມັນກໍເປັນມາດຕະການທີ່ດີ ແລະ ສອດຄ່ອງກັບກົນໄກຄຸ້ມຄອງເສດຖະກິດ-ການເງິນຂອງບ້ານເຮົາ ໂດຍສະເພາະແມ່ນສ້າງຄວາມມີສະຖຽນລະພາບໃນການຄຸ້ມຄອງເງິນຕາຂອງລະບົບທະນາຄານ. ແຕ່ອັນສຳຄັນ ກ່ອນອື່ນໝົດແມ່ນບັນຫາການຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າດ້ວຍນະໂຍບາຍທີ່ປິ່ນອ້ອມຂອງຫລາຍຂະແໜງການພາກລັດຢ່າງແຂງແຮງ ແລະ ມີການສົ່ງອອກບັນດາຜະລິດຕະພັນໃຫ້ຫລາກຫລາຍ ເພື່ອຫລຸດຜ່ອນການນຳເຂົ້າ ຈຶ່ງຈະສາມາດດຸ່ນດ່ຽງລະຫວ່າງສິນຄ້ານຳເຂົ້າ-ສົ່ງອອກ. ໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າ ພາກລັດຕ້ອງເປັນເຈົ້າການນຳໜ້າພາທາງ ເພື່ອເຮັດໃຫ້ການຜະລິດສິນຄ້າປະເພດຕ່າງໆເດີນໜ້າໄປຢ່າງຄ່ອງຕົວ. ອັນສຳຄັນກວ່າໝູ່ແມ່ນເລັ່ງໃສ່ການຜະລິດສິນຄ້າຂະໜາດນ້ອຍ ແລະ ຂະໜາດກາງໃຫ້ພຸ້ງຕົວຂຶ້ນຢ່າງແຂງແຮງ ແລະ ສາມາດສົ່ງອອກຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດ.
ເທົ່າທີ່ຜ່ານມາ, ໃນປະຫວັດສາດ ປະເທດລາວຂອງພວກເຮົາເຄີຍຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດມາຫລາຍຮ້ອຍປີ ທັງເປັນຕະຫລາດຈຳໜ່າຍສິນຄ້າໃຫ້ພວກເຂົາຈົນເປັນຊຳເຮື້ອເຂົ້າກະດູກດຳມາຕະຫລອດ. ຈົນມາຮອດຍຸກນີ້ກໍຍັງແກ້ບໍ່ທັນຕົກ. ຜະລິດສິນຄ້າອັນໃດມາກໍຂ້ອນຂ້າງອືດປານດຶງຂາເຕົ່າ ຍ້ອນລາຄາມັນແພງ, ບໍ່ມີຄຸນນະພາບສູງຄືສິນຄ້າບ້ານເຂົາ ສຸດທ້າຍມາກໍຫັນໄປຊື້ເຄື່ອງສຳເລັດຮູບຢູ່ບ້ານເຂົາຄືເກົ່າ. ຖ້າພວກເຮົາຫາກພາກັນຍົກນິ້ວມືຂຶ້ນມານັບມີສິນຄ້າປະເພດໃດແດ່ທີ່ລາວເຮົາຜະລິດໄດ້ມາດຕະຖານ ແລະ ສາມາດສົ່ງອອກ ເພື່ອແຂ່ງກັບຕະຫລາດພາຍນອກ. ອາໄສໄຟຟ້າກໍເປັນກຳມະສິດຂອງເອກະຊົນສົ່ງຂາຍພາຍນອກຖືກ, ແຕ່ຈຳໜ່າຍພາຍໃນແພງ ຈົນເຮັດໃຫ້ການຜະລິດບໍ່ສາມາດຂະຫຍາຍຕົວຢ່າງເຕັມທີ່. ອາໄສຊັບໃນດິນສິນໃນນ້ຳບໍ່ແຮ່ບ່ອນໃຫຍ່ໆກໍໃກ້ຈະໝົດແລ້ວ, ໄມ້ກໍໝົດແລ້ວ, ດິນກໍນັບມື້ກຸດຫ້ຽນ. ກົງກັນຂ້າມ ສິນຄ້າທີ່ເຮົານຳເຂົ້ານັບແຕ່ແນວກິນໃສ່ປາກໃສ່ທ້ອງ ນັບທັງວັດຖຸອຸປະກອນຕ່າງໆ, ເຄື່ອງໃຊ້ໃນຄົວເຮືອນ ບໍ່ທັນສາມາດຜະລິດດ້ວຍຕົນເອງ, ການພັດທະນາສ້າງສາບ້ານເມືອງເຮົາບໍ່ຮູ້ວ່າອັນໃດຈະເປັນຕົວຫລັກໃນອະນາຄົດ, ອັນໃດທີ່ເຮົາຜະລິດເອງໃຊ້ເອງໄດ້ແມ່ນຍັງໄກສແນໂຍດ ຖ້າທຽບໃສ່ບັນດາປະເທດໃນກຸ່ມອາຊຽນ. ນອກຈາກສິ່ງທີ່ຍົກມານີ້ແລ້ວ ສະຕິຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງດ້ານເສດຖະກິດ ເຫັນວ່າຍັງຂ້ອນຂ້າງຕໍ່າ, ຍິ່ງໄປກວ່ານັ້ນ ມີຈຳນວນບໍ່ໜ້ອຍຫັນໄປນິຍົມໃຊ້ສິນຄ້າຕ່າງປະເທດ, ນິຍົມໃຊ້ແຕ່ເງິນບາດ, ເງິນໂດລາເປັນທີ່ຕັ້ງ ຈຶ່ງເຮັດໃຫ້ບົດບາດຂອງເງິນກີບນັບມື້ຕົກຕໍ່າ. ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າ ການທີ່ຈະເຮັດໃຫ້ເງິນກີບລາວແຂງຄ່ານັ້ນ ມັນບໍ່ແມ່ນເລື່ອງງ່າຍ ແລະ ຕ້ອງອາໄສຂະບວນວິວັດແຫ່ງການຜະລິດຢ່າງແຂງແຮງຈຶ່ງຈະສາມາດໜີມົ້ມອິດທິພົນເງິນຕາຂອງຊາດອື່ນໄດ້.
ເວົ້າເຖິງການຜະລິດກະສິກຳປູກຝັງ-ລ້ຽງສັດ ຕະຫລາດສົ່ງອອກທາງປະເທດຈີນພວມມາແຮງ, ແຕ່ມາເບິ່ງສະພາບຕົວຈິງໃນການປູກ, ການລ້ຽງກໍຍັງບໍ່ທັນສາມາດຕອບສະໜອງຢ່າງພຽງພໍຕໍ່ຕະຫລາດພາຍໃນ ສຸດທ້າຍມາກໍລັກໄປຊື້ເອົາພືດຜັກ, ຊື້ເອົາຊີ້ນສັດຢູ່ໄທເຂົ້າມາຈຳໜ່າຍ ເຊິ່ງສິນຄ້າເຫລົ່ານັ້ນປະກອບດ້ວຍສານເຄມີມາຈຳໜ່າຍຢູ່ລາວ ແລະ ຂ້າຄົນລາວດ້ວຍກັນ.
ເຖິງຢ່າງໃດກໍດີ, ຖ້າຄົນລາວທຸກຄົນ, ທຸກຊົນຊາດ, ຊົນເຜົ່າພ້ອມກັນບຸກທະລຸສ້າງສາພັດທະນາປະເທດຊາດບ້ານເມືອງ, ບໍ່ພາກັນສໍ້ລາດບັງຫລວງຫລາຍ, ມີຄວາມເປັນເອກະລາດທາງດ້ານເສດຖະກິດຢ່າງພຽງພໍ ເງິນກີບລາວຈະກັບຄືນມາແຂງຄ່າແມ່ນຍັງບໍ່ໄກເກີນເອື້ອມ.

