ທາງການອິນໂດນີເຊຍ ເປີດເຜີຍຕົວເລກຫລ້າສຸດຜູ້ເສຍຊີວິດຈາກໂສກນາດຊະກຳບານ

ທາງການອິນໂດນີເຊຍ ເປີດເຜີຍຕົວເລກຜູ້ເສຍຊີວິດຈາກໂສກນາຕະກຳບານເຕະວ່າຂະນະນີ້ມີຍອດຢູ່ທີ່ 125 ຄົນ ເຊິ່ງຫລຸດລົງຈາກ 174 ຄົນ ທີ່ຄາດການໄວ້ກ່ອນໜ້ານີ້ ດ້ານປະທານຟີຟາຊີ້ວ່າ ເປັນວັນທີ່ມືດມົນຂອງໂລກບານເຕະ.
ວົງການບານເຕະຕ້ອງພົບກັບຄວາມສູນເສຍຄັ້ງໃຫຍ່ຫລາຍທີ່ສຸດຄັ້ງຫນຶ່ງຂອງວົງການ ຫລັງເກມບານເຕະລີກ ສູງສຸດຂອງປະເທດອິນໂດນີເຊຍ ຫລື ລີກາ 1 ທີ່ທີມ ອາຣີມາ ເອຟຊີ ເສຍໃຫ້ ເພີເຊບາຢາ ສຸຣາບາຢາ 2-3 ຄູ່ປັບຕະ ຫລອດການທີ່ສະໜາມ ກັນຈູຣູຮັນ ທີ່ຊະວາຕາເວັນອອກເມື່ອວັນທີ 1 ຕຸລາຜ່ານມາ.
ຫລັງຈາກເກມດັ່ງກ່າວມີແຟນບານບຸກເຂົ້າມາໃນສະໜາມ ເຊິ່ງທາງຕຳຫລວດໄດ້ຍິງແກສນ້ຳຕາໃສ່ຈົນເກີດ ຄວາມວຸ້ນ ວາຍທີ່ນຳໄປສູ່ການຢຽບກັນ ລວມເຖິງມີການຍາດກັນອອກຈາກສະໜາມຈົນເກີດການບຽດທີ່ປະຕູທາງອອກ ແລະ ມີແຟນບານຫາຍບໍ່ອອກ.
ໂດຍກ່ອນໜ້ານີ້ BBC ລາຍງານວ່າມີເຫຍື່ອຜູ້ເສຍຊີວິດຈາກເຫດການຄັ້ງນີ້ຢ່າງຫນ້ອຍ 174 ຄົນ ແລະ ບາດເຈັບອີກ 180 ຄົນ ຂະນະທີ່ລີກບານເຕະດັ່ງກ່າວ ໄດ້ຖືກສ່ັງຢຸດການແຂ່ງຂັນແບບບໍ່ມີກຳນົດຈົນກວ່າຈະສອບສວນເລື່ອງນີ້ສຳເລັດ.
ຫລ້າສຸດ ເອມິລ ດາດັກ ຮອງຜູ້ວ່າຣາຊະການແຂວງຊະວາຕາເວັນອອກ ກ່າວວ່າ : ຂໍ້ມູນທີ່ກວດສອບຈາກໂຮງຫມໍ 10 ແຫ່ງ ໃນພື້ນທີ່ພົບວ່າມີຜູ້ເສຍຊີວິດ 125 ຄົນ ຫລັງກ່ອນໜ້ານີ້ເຈົ້າໜ້າທີ່ວາງຕົວເລກໄວ້ສູງເຖິງ 174 ຄົນ ສ່ວນຍອດຜູ້ບາດເຈັບຍັງເປັນ 180 ຄົນ.
ຂະນະທີ່ ຈານນີ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ ຫລື FIFA ກ່າວເຖິງເຫດການສະຫລົດໃຈຄັ້ງນີ້ວ່າ ‘‘ ໂລກບານເຕະຕົກຕະລຶງຫລັງຈາກເຫດໂສກນາດສະກຳທີ່ເກີດຂຶ້ນໃນອິນໂດນີເຊຍ ນີ້ເປັນວັນທີ່ມືດມົນສຳລັບທຸກ ຄົນທີ່ກ່ຽວຂ້ອງກັບບານເຕະ ແລະ ເປັນເຫດການທີ່ເກີນຄວາມທີ່ຈະເຂົ້າໃຈ ’’.
‘‘ ຂ້ອຍຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວ ແລະ ຫມູ່ເພື່ອນຂອງເຫຍື່ອຜູ້ເຄາະຮ້າຍທີ່ເສຍຊີວິດ ຫລັງຈາກເຫດການ ຄັ້ງນີ້ ຮ່ວມກັບຟີຟາ ແລະ ຊຸມຊົນບານເຕະທ່ົວໂລກ ທຸກຄວາມຄິດ ແລະ ຄຳອະທິຖານຂອງເຮົາຢູ່ກັບເຫຍື່ອຜູ້ເຄາະຮ້າຍ ຜູ້ທີ່ໄດ້ຮັບບາດເຈັບຮ່ວມກັບປະຊາຊົນຂອງສາທາລະນະລັດອິນໂດນີເຊຍ ສະຫະພັນບານເຕະເອເຊຍ ສະຫະພັນບານເຕະ ອິນໂຕນີເຊຍ ແລະ ບານເຕະຊາວອິນໂດນີເຊຍ ລີກໃນໄລຍະເວລາທີ່ຍາກລຳບາກນີ້ ’’.
ສ່ວນບັນດາທີມໃນພຣີເມຍລີກ ເຊ່ັນ : ລີເວີພູລ ແລະ ແມນເຊສເຕີ ຢູໄນເຕັດ ກໍອອກມາສະແດງຄວາມເສຍ ໃຈກັບເຫດການດັ່ງກ່າວ ສ່ວນບານເຕະ ລາ ລີກາ ສະເປນ ໄດ້ຕົກລົງໃຫ້ສະໂມສອນຕ່າງໆສະຫງົບນິ້ງເປັນເວ ລາຫນ່ຶງນາທີກ່ອນເລີ່ມເກມໃນວັນທີ 2 ຕຸລາ ເພື່ອເປັນການສະແດງຄວາມເຄົາລົບ.

