ສະພາແຫ່ງຊາດ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ວັນທີ 29 ກັນຍາ 2022 ສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານພາຍໃນສະພາແຫ່ງຊາດ ຂຶ້ນໃນພິທີໄດ້ປະກາດແຕ່ງຕັ້ງ ທ່ານ ປອ. ພິດສະໄໝ ບຸນວິໄລ ຮອງຫົວໜ້າກົມສື່ມວນຊົນ ເປັນຫົວໜ້າກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ;
ແຕ່ງຕັ້ງ ທ່ານ ໄກມະນິນ ເທບບົວລີ ວ່າການແທນຫົວໜ້າກົມຄໍາຮ້ອງຂໍຄວາມເປັນທໍາ ເປັນຫົວໜ້າກົມຄໍາຮ້ອງຂໍຄວາມເປັນທໍາ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ;
ແຕ່ງຕັ້ງທ່ານ ລວຍ ພູມດາວັນ ຮອງຫົວໜ້າພະແນກ ເປັນຫົວໜ້າພະແນກຄຸ້ມຄອງພາຫະນະ ກົມບໍລິຫານພິທີການ ຄະນະເລຂາທິການສະພາແຫ່ງຊາດ;
ແຕ່ງຕັ້ງທ່ານ ສຸກສະໄຫວ ພົມມີສຸກ ວິຊາການ ເປັນຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າ ກົມການເງິນ ຄະນະເລຂາທິການສະພາແຫ່ງຊາດ,
ແຕ່ງຕັ້ງທ່ານ ນາງ ຄໍາກ້ຽງ ເພັດມີໄຊ ວິຊາການ ເປັນຮອງຫົວໜ້າພະແນກບັນຊີ-ຄັງເງິນສົດ ກົມການເງິນ ຄະນະເລຂາທິການສະພາແຫ່ງຊາດ.
ຍົກຍ້າຍທ່ານ ພິດດາວອນ ພັນທະລັງສີ ຮອງຫົວໜ້າພະແນກບໍລິຫານ ໄປເປັນຮອງຫົວໜ້າພະແນກຄຸ້ມຄອງພາຫະນະ ກົມບໍລິຫານພິທີການ ຄະນະເລຂາທິການສະພາແຫ່ງຊາດ.

