5 ໜ່ວຍພັກ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 5 ໜ່ວຍພັກ ຂຶ້ນໃນວັນທີ 20 ພຶດສະພານີ້ ທີ່ຫ້ອງງານລ້ຽງດອກບົວບານ ທໍານຽບປະທານປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ຫສປທ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ຄໍາຕາ ລາດຊະວົງ ຄະນະພັກ ປະທານກວດກາພັກ ເລຂາໜ່ວຍພັກກົມຈັດຕັ້ງ, ກວດກາ ແລະ ໂຄສະນາ ຫສປທ ໄດ້ສະຫຼຸບສັງລວມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປີ 2021 ແລະ ແຜນສູ້ຊົນໃນປີ 2022 ຊຶ່ງໄດ້ຍົກໃຫ້ເຫັນວ່າ ໜ່ວຍພັກໄດ້ຖືເອົາການນໍາພາທາງດ້ານການເມືອງ-ແນວຄິດເປັນກົກ ໂດຍໄດ້ມີການຊຸກຍູ້, ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະ ກອນ ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ມູນເຊື້ອວັນສໍາຄັນຕ່າງໆຂອງຊາດ ແລະ ຂອງສາກົນ ທີ່ຫ້ອງວ່າການສໍານັກງານປະທານປະເທດ ຈັດຂຶ້ນ; ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ໃນການຮ່ວມຊີວິດພັກປະຈໍາເດືອນ, ເສຍເງິນສະຕິພັກເປັນປົກກະຕິ, ປະຕິບັດລະບອບຕໍານິຕິຊົມ ບົນພື້ນຖານລະບຽບການຂອງພັກ, ປັບປຸງກໍ່ສ້າງພາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກ, ມີຄວາມສາມັກຄີເປັນເອກະພາບ, ມີສະຕິຕໍ່ການຈັດຕັ້ງ-ຕໍ່ລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ,
ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ກັບວຽກງານການເມືອງ-ແນວຄິດ, ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະບໍລິຫານງານພັກຫ້ອງວ່າການສໍານັກງານປະທານປະເທດ; ເປັນເຈົ້າການໃນການປະຕິບັດມະຕິ, ຄໍາສັ່ງ, ຄໍາແນະນໍາຕ່າງໆ ທີ່ຂັ້ນເທິງວາງອອກ, ເປັນເຈົ້າການໃນການຊີ້ນໍາ-ນໍາພາສ້າງແຜນການ, ຕິດຕາມກວດກາ ວຽກງານເປັນແຕ່ລະໄລຍະ, ສ່ອງແສງລາຍງານປະຈໍາອາທິດ ເພື່ອແກ້ໄຂວຽກງານໃຫ້ທັນເວລາ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ມີການແບ່ງວຽກໃຫ້ບຸກຄົນຮັບຜິດຊອບ; ປະຕິບັດລະບອບດໍາເນີນຊີວິດການເມືອງປະຈໍາເດືອນຂອງໜ່ວຍພັກ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກ ຈັດຕັ້ງນໍາພາປະຕິບັດຕາມພາລະບົດບາດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ທີ່ກ້າວໜ້າເພື່ອຂະຫຍາຍເຂົ້າພັກ ເພື່ອເຮັດໃຫ້ພັກມີຄວາມເຂັ້ມແຂງ.
ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນມີ 5 ໜ່ວຍພັກ ຄື: ໜ່ວຍພັກກົມບໍລິຫານ ແລະ ຄຸ້ມຄອງ; ໜ່ວຍພັກກົມຄົ້ນຄວ້າສັງລວມ; ໜ່ວຍພັກກົມພົວພັນຕ່າງປະເທດ; ໜ່ວຍພັກກົມກົດໝາຍ ແລະ ໜ່ວຍພັກກົມຈັດຕັ້ງ,ກວດກາ ແລະ ໂຄສະນາ.

