ມິເກລ ອະດີດກອງກາງເຊລຊີປະກາດແຂວນເກີບໃນອາຍຸ 35 ປີ

ຈອນ ໂອບີ ມິເກລ ອະດີດກອງກາງເຊລຊີ ແລະ ທີມຊາດໄນຈີເຣຍ ປະກາດແຂວນເກີບໃນອາຍຸ 35 ປີ ຫລັງລົງຫລິ້ນ ບານເຕະອາຊີບເປັນເວລາກວ່າ 18 ປີ.

ສຳລັບ ມິເກລ ສ້າງຊື່ສຽງກັບການຫລິ້ນໃຫ້ກັບ ເຊລຊີ ເມື່ອປີ 2006 ເຊິ່ງຂະນະນັັ້ນລາວມີປະເດັນວ່າໄດ້ຕົກລົງຍ້າຍໄປ ແມນເຊສເຕີ ຢູໄນເຕັດ ກ່ອນທີ່ສຸດແລ້ວກໍໄປລົງເອີຍກັບເຊລຊີ.

ຕະຫລອດເວລາທີ່ ມິເກລ ຫລິ້ນຢູ່ໃນຖິ່ນສະແຕມຟອດບຣິດ 10 ລະດູການ ລາວມີສ່ວນຊ່ວຍໃຫ້ເຊລຊີ ຄວ້າແຊ໊ມມາຄອງ ໄດ້ຫລາຍລາຍການປະກອບດ້ວຍ : ພຣີເມຍລີກ 2 ສະໄຫມ, ເອຟເອ ຄັພ 3 ສະໄຫມ, ລີກ ຄັພ 1 ສະໄຫມ, ຄອມມິວນິຕີ ຊິລ 1 ສະໄຫມ, ຢູຟາ ແຊ໊ມປຽນລີກ 1 ສະໄຫມ ແລະ ຢູຟາ ຢູໂຣປາ ລີກ 1 ສະໄຫມ.

ຫລັງຍ້າຍອອກຈາກເຊລຊີ ໃນປີ 2017 ລາວໄດ້ໄປຫລິ້ນໃຫ້ອີກຫລາຍສະໂມສອນເຊ່ັນ : ທຽນຈິນ ເທດາ, ມິດເດິລສະໂບ, ແທຣ໊ບຊອນສະປໍ, ສະໂຕກ ຊິຕີ ກ່ອນລົງສະໜາມໃຫ້ກັບ ຄູເວດ ເອສຊີ ເປັນສັງກັດສຸດທ້າຍ ກ່ອນຖືກຍົກເລີກສັນ ຍາໃນເດືອນພະຈິກ 2021 ແລະ ລາວກໍຍັງຫາທີມໃຫມ່ບໍ່ໄດ້.

ສຳລັບຜົນງານກັບທີມຊາດໄນຈີເຣຍ ມິເກລ ລົງສະໜາມໄປທັງຫມົດ 91 ນັດ ລວມທຸກລາຍການ ລະຫວ່າງປີ 2005-2019 ຍິງໄດ້ 6 ປະຕູ.