ບົດບາດໃຫມ່ຂອງ ເມສຊີ ໃນທີມ ເປແອສເຊ ຊ່ວຍທີມໂຫດຂຶ້ນທັນຕາ

ບົດບາດຂອງ ລີໂອເນລ ເມສຊີ ໃນລະດູການນີ້ອາດຈະບໍ່ແມ່ນຕົວຄວາມຫວັງໃນການຍິງປະຕູ ແຕ່ຖອຍອອກມາ 1 ກ້າວ ເພື່ອທີມທີ່ດີຂຶ້ນ.
ຄວັນຫລົງຫລັງຈາກທີ່ ນ໊ອງ ເປີດບ້ານເສຍໃຫ້ ປາຣີສ ແຊັງ ແຊັກແມັງ ໄປດ້ວຍປະຕູ 0-3 ໃນການແຂ່ງຂັນ ລີກ ເອິງ ຝຣັ່ງ ເມື່ອຄືທີ່ຜ່ານມາ.
1 ສະຖິຕິທີ່ໜ້າສົນໃຈຂອງ ລີໂອເນລ ເມສຊີ ດາວຍິງເຈົ້າຂອງລາງວັນບັນລົງດໍ 7 ສະໄຫມ ນັບຕັ້ງແຕ່ເລີ່ມລະດູການ 2022-23 ລາວຍິງປະຕູໜ້ອຍລົງໄປຈາກເກ່ົາຫລາຍ ເຊິ່ງ 7 ເກມ ຈົນເຖິງເວລານີ້ ລາວຍິງໄປພຽງ 4 ປະຕູເທົ່ານັ້ນ ແຕ່ຈ່າຍໃຫ້ຫມູ່ຍິງ ໄປແລ້ວຫລາຍເຖິງ 6 ຄັ້ງ ໂດຍສະເພາະອາທິດຜ່ານມາ 2 ນັດແອສຊິສໄປ 4 ຄັ້ງ.
ການຊີງຕຳແໜ່ງແຊ໊ມລີກ ຝຣັ່ງ ໃນໄລຍະຕົ້ນຂອງລະດູການ 2022-23 ຄົງບໍ່ແມ່ນເລື່ອງງ່າຍຂອງ ເປແອສເຊ ເນື່ອງຈາກມີຄະ ແນນເທົ່າກັບອັນດັບ 2 ຢ່າງ ໂອລິມປິກ ມາກເຊ ທີ່ 16 ຄະແນນ ຈາກຜົນງານຊະນະ 5 ສະເໝີ 1 ເທົ່າກັບ ນອກຈາກນີ້ ອັນດັບ 3 ແລະ 4 ຢ່າງ ໂອລິມປິກ ລີຢົງ ແລະ ເລນ ກໍຕາມຫລັງ 3 ຄະແນນ ແລະແຂ່ງໜ້ອຍກວ່າ 1 ເກມນຳອີກ.

