ທ່ານ ສີ ຈິ້ນຜິງ ເນັ້ນ ຈີນພ້ອມເຮັດວຽກຮ່ວມກັບຣັດເຊຍ ສ້າງສະຖຽນລະພາບຕໍ່ໂລກ

ທ່ານ ສີ ຈິ້ນຜິງ ເນັ້ນພ້ອມເຮັດວຽກຮ່ວມກັບຣັດເຊຍ ສ້າງຄວາມສະຖຽນລະພາບຕໍ່ໂລກ ລະຫວ່າງກອງປະຊຸມກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ອຸຊເບກິດສະຖານ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກ່າວລະຫວ່າງກອງປະຊຸມກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໃນອຸຊເບກິດສະຖານ ໃນວັນທີ 15 ກັນຍາ 2022 ຜ່ານມາ ລະບຸ ຈີນພ້ອມຈະເຮັດວຽກຮ່ວມກັບຣັດເຊຍ ເພື່ອມີບົດບາດນຳໃນການອັດສີດສະຖຽນລະພາບໃນໂລກທີ່ປ່ຽນແປງໄປ.

ທັງສອງປະເທດຍັງປະສານງານຢ່າງໃກ້ຊິດໃນເວທີສາກົນ ເພື່ອຮັກສາບັນທັດຖານພື້ນຖານຂອງການພົວພັນລະຫວ່າງປະເທດ.

ຂະນະທີ່ປະທານາທິບໍດີ ປູຕິນ ກ່າວວ່າ: ໂລກກຳລັງຢູ່ລະຫວ່າງການປ່ຽນແປງຫລາຍຢ່າງ ແຕ່ສິ່ງໜຶ່ງທີ່ຍັງບໍ່ປ່ຽນແປງຄືມິດຕະພາບ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນລະຫວ່າງຣັດເຊຍ ແລະ ຈີນ ພ້ອມກ່າວວ່າ: ການຮ່ວມມືທາງຍຸດທະສາດທີ່ຄວບຄຸມລະຫວ່າງ ຣັດເຊຍ-ຈີນ ນັ້ນໝັ້ນຄົງດັ່ງພູເຂົາ.

ຜູ້ນຳທັງສອງກ່າວສູນທອນພົດເມື່ອແລກປ່ຽນຄວາມຄິດເຫັນກ່ຽວກັບການພົວພັນ ຈີນ-ຣັດເຊຍ ແລະ ບັນຫາສາກົນ ແລະ ລະດັບພາກພື້ນທີ່ມີຜົນປະໂຫຍດຮ່ວມກັນໃນເມືອງຊາມາຣຄັນຂອງອຸບເບກ ລະຫວ່າງກອງປະຊຸມສະພາປະມຸກແຫ່ງລັດສະມາຊິກອົງການການຮ່ວມມືຊຽງໄຮ້ (SCO) ຄັ້ງທີ 22.