ຈີນຄົ້ນພົບ “ແຫລ່ງນໍ້າມັນ-ແກັສ” ຂະໜາດໃຫຍ່ໃນທະເລໂປ໋ໄຫ່

ໜ່ວຍງານລັດວິສາຫະກິດດ້ານນໍ້າມັນຂອງຈີນຄົ້ນພົບ ແຫລ່ງພະລັງງານແຫ່ງໃໝ່ໃນທະເລໂປ໋ໄຫ່ ຢູ່ທາງຕາເວັນອອກສຽງເໜືອຂອງປະເທດ.
ວັນທີ 3 ມີນາ, ສໍານັກຂ່າວຊິນຮົວລາຍງານວ່າ: ບໍລິສັດນໍ້າມັນນອກຊາຍຝັ່ງແຫ່ງຊາດຈີນ (CNOOC) ປະກາດການຄົ້ນພົບ ແຫລ່ງນໍ້າມັນ ແລະ ແກັສໃນທະເລໂປ໋ໄຫ່ ໂດຍຄາດວ່າມີປະລິມານສໍາຮອງນໍ້າມັນດິບ ແລະ ແກັສທໍາມະຊາດສູງເກີນ 100 ລ້ານໂຕນ ທຽບເທົ່ານໍ້າມັນ.
ທັງນີ້, ບໍ່ນໍ້າມັນໂປ໋ຈົງ 26-6 ຕັ້ງຢູ່ບໍລິເວນນ່ານນໍ້າຕອນໃຕ້ຂອງທະເລໂປ໋ໄຫ ໃນລະດັບຄວາມເລິກສະເລ່ຍ 22,1 ແມັດ ຢູ່ຫ່າງຈາກເທສະບານນະຄອນທຽນຈິນທາງຕອນເໜືອຂອງຈີນປະມານ 170 ກິໂລແມັດ.
ບໍ່ນໍ້າມັນແຫ່ງນີ້ມີປະລິມານສໍາຮອງນໍ້າມັນດິບ ແລະ ແກັສທໍາມະຊາດທີ່ພິສູດແລ້ວ ສູງເກີນ 130 ລ້ານໂຕນທຽບເທົ່ານໍ້າມັນ ເຊິ່ງຈະສາມາດຜະລິດນໍ້າມັນດິບຫລາຍກວ່າ 20 ລ້ານໂຕນ ແລະ ແກັສທໍາມະຊາດຫລາຍກວ່າ 9 ພັນລ້ານແມັດກ້ອນ ຖ້າອ້າງອີງອັດຕາການນໍາມາໃຊ້ຕາມປົກກະຕິ.
ລາຍງານໂດຍ CNOOC ລະບຸວ່າ: ການຄົ້ນພົບບໍ່ນໍ້າມັນໂປ໋ຈົງ 26-6 ຖືເປັນຄວາມກ້າວໜ້າຄັ້ງສໍາຄັນ ດ້ານການຄົ້ນພົບທາງການຄ້າຂະໜາດໃຫຍ່ຂອງແຫລ່ງນໍ້າມັນ ແລະ ແກັສສໍາຮອງແບບພູເຂົາໃຕ້ດິນ ທາງຕອນໃຕ້ຂອງທະເລໂປ໋ໄຫ່. ນອກຈາກນີ້ ຍັງເປັນການຂະຫຍາຍໂອກາດຂອງການສໍາຮອງນໍ້າມັນ ແລະ ແກັສໃນພື້ນທີ່ດັ່ງກ່າວນໍາອີກ.

