ໃກ້ຄືນສະຫນາມ, ຊລາຕັນ ຢືນຢັນບໍ່ມີແຜນແຂວນເກີບ

ຊລາຕັນ ອີບຣາຮີໂມວິດ ກອງໜ້າປະສົບການຫລາຍຂອງ ເອຊີ ມິລານ ຍອດສະໂມສອນແຫ່ງ ກັລໂຊ ເຊເຣຍ ອາ ອິຕາລີ ຢືນຢັນສຽງແຂງວ່າ ຍັງບໍ່ມີຄວາມຄິດທີ່ຈະເລີກຫລິ້ນບານເຕະອາຊີບແນ່ນອນ.

ດາວເຕະທີມຊາດສະວີເດັນ ຈຳເປັນຕ້ອງເຂົ້າຮັບການຜ່າຕັດເພື່ອຮັກສາອາການບາດເຈັບບໍລິເວນເອັນ ເມື່ອເດືອນພຶດສະພາທີ່ຜ່ານມາ ເຊິ່ງມັນເຮັດໃຫ້ລາວຕ້ອງພັກຢ່າງໜ້ອຍ 7 ເດືອນ ໂດຍເຖິງວ່າໃນເວລາຕໍ່ມາ ມິລານ ຈະຍັງຕໍ່ສັນຍາ 1 ປີ ແຕ່ມັນກໍມີຂ່າວກ່ຽວກັບການຢຸດຫລິ້ນຂອງລາວອອກມາເລື່ອຍໆ.

ນັກເຕະອາຍຸ 40 ປີ ໃຫ້ສຳພາດກັບ ກັຊເຊັດຕາ ເດລໂລ ສະປອດ ສື່ຂອງອິຕາລີ ວ່າ : ‘‘ ຂ້ອຍຈະກັບມາໄດ້ໃນໄວໆນີ້ ຂ້ອຍຈະບໍ່ເຊົາຫລິ້ນແນ່ນອນ ຂ້ອຍກຳລັງຈະກັບມາ ແລະ ຂ້ອຍຈະບໍ່ມີວັນຍອມແພ້ແນ່ນອນ ’’.