ກວາດີໂອລາ ຊົມຈຸດແຂງຂອງ ຮາແລນ ທີ່ຄ້າຍຄື ເມສຊີ ຫລັງປະເດີມຄົນດຽວ 2 ປະຕູ

ຄູ່ແຂ່ງພຣີເມຍລີກ ອັງກິດ ລະວັງໃຫ້ດີ ຜູ້ຈັດການແມນເຊສເຕີ ຊິຕີ ຊີ້ຈຸດແຂງຂອງ ເອີລິງ ຮາແລນ ທີ່ເຮັດໃຫ້ຄິດເຖິງ ລີໂອເນລ ເມສຊີ ຫລັງຍິງຄົນດຽວ 2 ປະຕູໃນນັດທຳອິດ.

ຄວັນຫລົງການແຂ່ງຂັນພຣີເມຍລີກ ອັງກິດ ນັດເປີດລະດູການ 2022-23 ເຊິ່ງແມນເຊສເຕີ ຊິຕີ ແຊ໊ມເກ່ົາ ບຸກໄປຊະນະ ເວສ ແຮມ 2-0 ໂດຍ ເອີລິງ ຮາແນ ດາວຍິງຄົນໃຫມ່ເປີດຕົວຢ່າງງົດງາມດ້ວຍການເຫມົດຄົນດຽວ 2 ປະຕູຈາກລູກໂທດ ນາທີທີ 36 ແລະ ຈັງຫວະແລ່ນແຊງໄປຮັບບານທະລຸຊ່ອງກ່ອນຍິງຫລອກເປົ້ານາທີທີ 65 ພາ ແມນຊິຕີ ປະເດີມເກັບ 3 ຄະແນນ.

ເກມນີ້ຖືວ່າສູນໜ້າທີມຊາດນໍເວ ທີ່ຫາກໍຍ້າຍມາຈາກ ໂບຣຸສເຊຍ ດອດມຸນ ສາມາດລົບຄຳປະໝາດໄດ້ທັນທີ ຫລັງຈາກຖືກ ວິຈານທີ່ພາດໂອກາດຍິງປະຕູແບບງ່າຍໆ ໃນການແຂ່ງຂັນຄອມມູນິຕີ ຊິລ 2022 ເຊິ່ງເສຍໃຫ້ ລີເວີພູລ 1-3 ເມື່ອອາທິດທີ່ຜ່ານມາ ແລະ ຈົບເກມ ຮາແລນ ກໍອອກມາໃຫ້ສຳພາດວ່າຮູ້ສຶກເສຍດາຍທີ່ພາດໂອກາດຍິງແຮັດທຣິກໃນການລົງຫລິ້ນພຣີເມຍລີກນັດທຳອິດນຳອີກ.

ເຮັດໃຫ້ ເປບ ກວາດີໂອລາ ຜູ້ຈັດການທີມແມນເຊສເຕີ ຊິຕີ ອອກມາຊື່ນຊົມ ຮາແລນ ພ້ອມເຜີຍວ່າ ສິ່ງ ຮາແລນ ເຮັດ ຄິດເຖິງ ຂໍ້ດີຂອງ ລີໂອເນລ ເມສຊີ ອະດີດລູກທີມສະໄຫມຢູ່ບາເຊໂລນາ ໃນ ລາ ລີກາ ສະເປນວ່າ : ‘‘ ຂ້ອຍມັກແບບນີ້ ຂ້ອຍໂຊກດີໃນຖານະ ຜູ້ຈັດການທີມທີ່ຢູ່ກັບ ເມສຊີ ແລະ ຖ້າລາວຍິງໄດ້ 2 ປະຕູ ລາວກໍຈະຢາກຍິງປະຕູທີ 3 ຖ້າລາວຍິງໄປ 3 ໜ່ວຍ ລາວກໍຈະຕ້ອງ ການໜ່ວຍທີ 4 ທີ 5 ສຳລັບບັນດາຈອມຖະຫລົ່ມປະຕູ ແລະສູນຫນ້າ ພວກເຂົາຈະບໍ່ເຄີຍພໍໃຈ ແລະ ມັກຈະມີຄວາມຢາກ ຍິງປະຕູຢູ່ສະເຫມີ ’’.

‘‘  ເມື່ອທີມໄດ້ລູກໂທດ ລາວກໍເອົາບານໄປຮັບຫນ້າທີ່ເອງທັນທີ ຂ້ອຍຄິດວ່າຖ້າມີໃຜເອົາບານໄປຈາກລາວ ຂ້ອຍຫມັ້ນໃຈວ່າລາວອາດຈະຊົກໜ້າຫມູ່ຮ່ວມທີມກໍໄດ້ ແລະ ນັ້ນເປັນສັນຍານທີ່ດີ ’’.

‘‘ ອາທິດຜ່ານມາລາວຍັງປັບຕົວໃຫ້ເຂົ້າກັບພຣີເມຍລີກບໍ່ໄດ້ ແຕ່ຕອນນີ້ລາວເຮັດໄດ້ສຸດຍອດ ບໍ່ຕ່າງຫຍັງກັບ ເທຍຣີ ອອງຣີ, ອາລັນ ເຊຍເຣີ ແລະ ຄຣິສຕຽນໂນ ໂຣນັລໂດ ລາວເປັນຄົນທີ່ມີພອນສະຫວັນທີ່ມະຫັດສະຈັນ ເປັນນັກລ່າປະຕູຫມາຍເລກ 9 ອາດເປັນພຽງເບີເສື້ອ ແຕ່ເຮົາຢາກຈະເພີ່ມຕື່ມບາງຢ່າງໃຫ້ກັບການຫລິ້ນຂອງລາວ ເພື່ອທີ່ຈະເປັນນັກເຕະທີ່ດີຂຶ້ນ ບໍ່ແມ່ນພຽງຄົນທີ່ຍິງປະຕູໄດ້ພຽງຢ່າງດຽວ ’’..

ສຳລັບນັດທີ 2 ແມນເຊສເຕີ ຊິຕີ ຈະເປີດບ້ານຕ້ອນຮັບ ບອນມັດ ທີມນ້ອງໃຫມ່ ວັນເສົາທີ 13 ສິງຫານີ້ ແຂ່ງຂັນເວລາ 21:00 ຕາມເວລາໃນລາວ.