ນະຄອນປາກເຊ ຈະຈັດງານບຸນປະເພນີອອກພັນສາ 2022 ຢ່າງເຕັມຮູບແບບເພື່ອກະຕຸ້ນເສດຖະກິດ

  ນະຄອນປາກເຊໄດ້ກຳນົດເອົາວັນທີ 5 ຕຸລາ 2022 ເປັນມື້ເລີ່ມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2022, ໂດຍມີຈຸດປະສົງຟື້ນຟູເສດຖະກິດ-ການທ່ອງທ່ຽວ ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ສືບສານວັດທະນະທໍາທີ່ເປັນເອກະລັກຂອງຊາວນະຄອນປາກເຊ ກໍຄືຊາວແຂວງຈໍາປາສັກທີ່ເຄີຍປະຕິບັດກັນມາ.
  ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ຮອງປະທານ, ຜູ້ປະຈໍາການໃນງານບຸນປະວໍລະນາອອກພັນສາ-ຊ່ວງເຮືອປະຈໍາປີ 2022 ຈຶ່ງໄດ້ອອກແຈ້ງການ ໃນວັນທີ 12 ກັນຍາ 2022 ດັ່ງມີເນື້ອໃນແຈ້ງການວ່າ: ວັນທີ 5 ຕຸລາ 2022 ເລີ່ມວາງສະແດງ-ຈໍາໜ່າຍສິນຄ້າອຸປະໂພກບໍລິໂພກ,​ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP ) ຂອງເມືອງຕ່າງໆໃນນະຄອນປາກເຊ ແລະ ບັນດາແຂວງອ້ອມຂ້າງ, ໃນນັ້ນວັນທີ 5-9 ຕຸລາ 2022 ຈະຈັດການແຂ່ງຂັນກິລາປະເພນີຕ່າງໆເຊັ່ນ: ກິລາກະຕໍ້,​ ກິລາບານສົ່ງ, ກິລາມວຍ ແລະ ກິລາກ໊ອບ.
  ສ່ວນວັນທີ 9 ຕຸລາ 2022 ເວລາ 08: 00​ ໂມງ – 09:00 ໂມງ ເປີດພິທີວາງສະແດງສິນຄ້າຢ່າງເປັນທາງການ ທີ່ສູນການຄ້າດວງດີພລາຊາ. ວັນທີ 10 ຕຸລາ 2022 ພາຍຫຼັງສໍາເລັດພິທີໃສ່ບາດແລ້ວຕອນເຊົ້າ ເລີ່ມແຕ່ 08:00 ​ໂມງເປັນຕົ້ນໄປຈະຈັດການແຂ່ງຂັນເຮືອຊ່ວງຮອບຄັດເລືອກປະເພດ 12 ສີພາຍ, ​ປະເພດ 24 ສີພາຍ ຍິງ ແລະ 33 ສີພາຍ (ຊາຍ) ແລະ ການແຂ່ງຂັນເຈັດສະກີ. ພ້ອມນັ້ນ, ເວລາ 18:00 ໂມງ ຈະມີພິທີຂະບວນແຫ່ເຮືອໄຟໂຄກຂອງບັນດາກ້ອນກໍາລັງຕ່າງໆ, ແຂ່ງຂັນຕີກອງເສັງ, ແຂ່ງຂັນເຮືອໄຟງາມທີ່ນໍ້າເຊໂດນ, ກິລາມວຍ ແລະ ຄົບງັນຕາມປະເພນີ.
ມື້ສຸດທ້າຍວັນທີ 11​ ຕຸລາ 2022​ ເລີ່ມແຕ່ 07:00 ໂມງ ເປີດພິທີຢ່າງເປັນທາງການໃນການຊ່ວງເຮືອຮອບຄັດເລືອກຊາຍ ແລະ ຮອບຊີງຊະນະເລີດ ຍິງ-ຊາຍ ທຸກປະເພດ.