ໄປບໍ່ລອດ! ໜຸ່ມນ້າຕາດີຄາຕະກຳແມ່ໝູ່ສະໜິດເພື່ອເອົາຄຳໄປໄຊ້ໜີ້ການພະນັນ

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2022 ຜ່ານມາ , ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮັບລາຍງານວ່າ ມີເຫດຄາຕະກຳຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ຈຶ່ງໄດ້ລົງພື້ນທີ່ເກີດເຫດ ພົບວ່າ ມີຜູ້ເສຍຊີວິດ 1 ຄົນ ຊື່ນາງ ຄຳມະນີ ອາຍຸ 44 ປີ ຢູ່ບ້ານໜອງຫອຍ ເສຍຊີວິດດ້ວຍການຖືກຕີ ຢູ່ບໍລິເວນຫົວ ແລະ ໃບໜ້າ.

ຈາກນັ້ນຈຶ່ງສືບສວນຫາເປົ້າໝາຍ ແລະ ໄດ້ຮູ້ວ່າ ຜູ້ກໍ່ເຫດ ຊື່ທ້າວ ເພັດສະໝອນ ຫຼື ເຟມ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ແລະ ນຳຈັບຕົວໄດ້ ໃນວັນດຽວກັນ.

ພາຍຫລັງສອບສວນ ທ້າວ ເຟມ ຮັບສາລະພາບວ່າ: ວັນທີ 27 ກຸມພາ ໄດ້ມາຫຼິ້ນຢູ່ເຮືອນນາງ ພອນ (ລູກຂອງຜູ້ຖືກຄາຕະກຳ) ໄດ້ສັງເກດເຫັນ ນາງ ຄຳມະນີ ໃສ່ສາຍແຂນຄຳ ຈິ່ງເກີດມີແນວຄິດຢາກໄດ້ເພື່ອເອົາໄປຂາຍເອົາເງິນມາໄຊ້ໜີ້ ຈິ່ງວາງແຜນຄາຕະກຳ ແລະ ມາຮອດວັນທີ 28 ກຸມພາ ເວລາ 10 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກມາຈອດໄວ້ຢູ່ໃກ້ກັບເຮືອນຂອງຜູ້ເສຍຊີວິດ ແລ້ວປີນຮົ້ວເຂົ້າໄປໃນເຮືອນ ເຫັນນາງ ຄຳມະນີ ນັ່ງເຂັນຝ້າຍຢູ່ເຮືອນຄົນດຽວ ຈິ່ງໄດ້ເອົາໄມ້ຄ້ອນ 4 ລ່ຽມທີ່ກຽມມາພ້ອມນັ້ນຕີຫົວ ແລະ ໃບໜ້າຂອງນາງພອນ ຈົນເສຍຊີວິດແລ້ວປົດເອົາສາຍແຂນຄຳ 1 ເສັ້ນໜັກ 1 ບາດ ແລ້ວຂີ່ລົດຈັກຫລົບໜີເຂົ້ານະຄອນປາກເຊ ແລ້ວເອົາຄຳໄປຂາຍ ໄດ້ເງິນ 10.100.000 ກີບ. ຮອດເວລາ 16 ໂມງ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

ທ້າວເຟມເລົ່າຕື່ມວ່າ: ຕົນເອງໄດ້ຮູ້ຈັກກັບ ນາງ ແປ ອາຍຸ 24 ປີ ແລະ ນາງ ພອນ ອາຍຸ 21 ປີ ທີ່ເປັນເອື້ອຍນ້ອງກັນເຊິ່ງເປັນລູກສາວຂອງຜູ້ເສຍຊີວິດມາແຕ່ປີ 2017 ແລະ ໄດ້ໄປມາຫາສູ່ກັນ ແລະ ມາພັກເຊົາຢູ່ເຮືອນຂອງຜູ້ເສຍຊີວິດເປັນປະຈຳ. ນັບແຕ່ ປີ 2020 ມາຮອດປັດຈຸບັນ ຕົນເອງໄດ້ເປັນໜີ້ການພະນັນ ແລະ ໄດ້ຢືມເງິນໝູ່ຫລາຍຄົນລວມທັງໝົດ 16 ລ້ານກີບ ອັັນເປັນສາເຫດເຮັດໃຫ້ລົງມືຄາຕະກຳແມ່ຂອງໝູ່ສະໜິດ.

ວັນທີ 2 ມີນາ 2022, ເຈົ້າໜ້າທີ່ໄດ້ນຳຕົວ ທ້າວ ເຟມ ໄປທົດສະກຳເຫດການຄືນ ເພື່ອເປັນຫລັັກຖານປະກອບສຳນວນຄະດີກ່ອນສົ່ງໄອຍະການຟ້ອງສານຕັດສິນ.

ທີ່ມາ: ໜັງສືພິມຄວາມສະຫງົບ