ວູບແຮມຕັນ ຢືນຢັນເຊັນ ຄອສຕາ ເສີມກອງໜ້າຈົນຈົບລະດູການ

ວູບແຮມຕັນ ຢືນຢັນ ຄວ້າ ດີເອໂກ ຄອສຕາ ເສີມກອງໜ້າແບບບໍ່ມີຄ່າຕົວຈົນຈົບລະດູການນີ້ຮຽບຮ້ອຍແລ້ວ ເພື່ອແກ້ບັນ ຫາກອງໜ້າບາດເຈັບ.

ວູບແຮມຕັນ ວັນເດີເຣີສ ທີມໃນພຣີເມຍລີກ ອັງກິດ ຈັດການເຊັນສັນຍາຄວ້າຕົວ ດີເອໂກ ຄອສຕາ ກອງໜ້າປະສົບການຫລາຍ ອະດີດທີມຊາດສະເປນມາຮ່ວມທີມແບບບໍ່ມີຄ່າຕົວເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນຈັນທີ່ຜ່ານມາ ເພື່ອເຂົ້າມາຊ່ວຍແກ້ວິກິດ ກອງໜ້າຂອງທີມທີ່ພົບອາການບາດເຈັບຫລາຍຄົນ ໂດຍດາວເຕະອາຍຸ 33 ປີ ເຊັນສັນຍາຫລິ້ນໃນຖິ່ນໂມລີນິວ ສະເຕດຽມ ຈົນຈົບລະດູການນີ້.

ກ່ອນໜ້ານີ້ ຊາຊາ ຄາລາດຊິສ ກອງໜ້າຕົວໃຫມ່ຊາວອອສເຕຣຍຂອງ ວູບແຮມຕັນ ໄດ້ຮັບບາດເຈັບເອັນຫົວເຂົ່າຕັ້ງ ແຕ່ເກມ ທຳອິດທີ່ລົງສະໜາມໃຫ້ກັບທີມ ຂະນະທີ່ ຣາອູລ ຮິເມເນສ ດາວຍິງຕົວເກ່ັງ ທີມຊາດເມັກຊິໂກ ກໍມີອາການບາດເຈັບຂາ ເຮັດໃຫ້ ວູບແຮມຕັນຕ້ອງຊອກຫາກອງໜ້າຕົວໃຫມ່ເຂົ້າມາເສີມທີມແບບເລ່ັງດ່ວນ ກ່ອນຈະເລືອກດຶງ ຄອສຕາ ມາເສີມທີມໃນທີ່ສຸດ.