ເປແອສເຊ ຖະແຫລງ ເນມາ ຕ້ອງຜ່າຕັດຂໍ້ຕີນ ຫມົດສິດຊ່ວຍທີມຫມົດລະດູການນີ້ຮຽບຮ້ອຍແລ້ວ

ປາຣີສ ແຊງ ແຊັກແມັງ ອອກຖະແຫລງການວ່າ : ເນມາ ກອງໜ້າທີມຊາດບຣາຊິລຈະຕ້ອງເຂົ້າຮັບການຜ່າຕັດຂໍ້ຕີນຂວາ ແລະ ຈະບໍ່ສາມາດລົງສະໜາມໃຫ້ທີມໃນລະດູການນີ້ໄດ້ແລ້ວ.
ສຳລັບ ເນມາ ໄດ້ຮັບບາດເຈັບຂໍ້ຕີນມາຕັ້ງແຕ່ເກມທີ່ ເປແອສເຊ ເອົາຊະນະ ລີລ ບານເຕະລີກເອິງ ຝຣັ່ງ ເມື່ອເດືອນກຸມພາ ແລະຍັງບໍ່ມີກຳນົດວ່າຈະກັບຄືນລົງສະໜາມໄດ້ເມື່ອໃດ.
ຫລ້າສຸດ ເປແອສເຊ ລະບຸວ່າ ດາວເຕະອາຍຸ 31 ປີ ຈະຕ້ອງເຂົ້າຮັບການຜ່າຕັດເພື່ອປິ່ນປົວເອັນຂໍ້ຕີນຂວາ ແລະ ຈະເຮັດໃຫ້ລາວຕ້ອງພັກຢ່າງຫນ້ອຍ 3 ເດືອນ ນັ້ນກໍຫມາຍຄວາມວ່າ ເນມາ ຈະບໍ່ໄດ້ລົງຊ່ວຍທີມໃນລະດູການນີ້ແລ້ວ.
ພາຍຫລັງອາການຂໍ້ບິດຄັ້ງຫລ້າສຸດຂອງລາວເມື່ອວັນທີ 20 ກຸມພາ ເຈົ້າໜ້າທີມທາງການແພດ ແນະນຳໃຫ້ເຮັດການຊ່ອມແຊມເອັນເພື່ອຫລີກລ່ຽງຄວາມສ່ຽງທີ່ຈະເກີດຊ້ຳ ຜູ້ຊ່ຽວຊານທັງຫມົດທີ່ໄດ້ຮັບຄຳປຶກສາ ໄດ້ຢືນຢັນເຖິງຄວາມຈຳເປັນນີ້ ໂດຍຄາດວ່າ ລາວຈະຕ້ອງພັກ 3-4 ເດືອນເປັນຢ່າງຊ້າທີ່ສຸດ ກ່ອນຈະກັບມາຊ້ອມໄດ້ອີກເທື່ອຫນຶ່ງ.
ທັງນີ້ ເນມາ ລົງສະໜາມໃຫ້ກັບ ເປແອສເຊ ໄປແລ້ວ 29 ນັດທຸກລາຍການເຮັດໄດ້ 18 ປະຕູກັບ 17 ແອສຊິສ.

