ສານອາຍາຂັ້ນຕົ້ນສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຍິງສາວ 2 ຄົນ ຜູ້ລະ 15 ປີ ໃນຂໍ້ຫາຄ້າມະນຸດ

ວັນທີ 9 ກັນຍາ 2022 ຄະນະສານອາຍາຂັ້ນຕົ້ນສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບພວກຈໍາເລີຍ ສອງຍິງສາວ ຊື່ ນາງ ດວງຕາ (ຈໍາເລີຍ 1) ອາຍຸ 25 ປີ ແລະ ນາງ ສຸກພະລັກ (ຈໍາເລີຍ 2) ອາຍຸ 28 ປີ ໃນຂໍ້ຫາການຄ້າມະນຸດ ແລະ ມາຮອດ ຈໍາຄຸກຜູ້ລະ 15 ປີ ພ້ອມທັງປັບໃໝ ແລະ ຈ່າຍຄ່າ ປົວແປງຈິດໃຈຄືນໃຫ້ແກ່ໂຈດທາງແພ່ງຕາມກົດໝາຍ ເຊິ່ງທັງສອງຢູ່ບ້ານດອນສ້າງໄຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຂອງພວກຈໍາເລີຍ ໂດຍ ໃຫ້ຮູ້ວ່າ:
ຕົ້ນເດືອນພຶດສະພາ 2020, ນາງ ສຸກພະລັກ ໄດ້ມາຫາ ນາງນ້ອຍ ອາຍຸ 14 ປີ ຢູ່ບ້ານນາສ້າງໄຜ່ ເມືອງປາກງື່ມ ແລະ ນາງ ລຸ້ງເຮືອງ ອາຍຸ 15 ປີ ຢູ່ບ້ານດຽວກັນ ແລະ ຖາມພວກກ່ຽວວ່າ: ຢາກໄປເຮັດວຽກຮັບແຂກບໍ? ໄປຄັ້ງໜຶ່ງຈະໄດ້ເງິນ 800.000 ກີບ.
ຕອນແລງຂອງວັນດຽວກັນ ນາງ ສຸກພະລັກ ໄດ້ຂີ່ໄປຮັບ ນາງນ້ອຍ ແລ້ວພາກັນໄປຫານາງ ດວງຕາ ແລະ ທ້າວ ເຈິງຢົງສຽງ ແລະ ພວກກ່ຽວກໍພານາງ ນ້ອຍ ໄປເຮືອນພັກ ແລະ ຫ້ອງຄາຣາໂອເກະແຫ່ງໜຶ່ງ ຢູ່ບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ ນາງ ດວງຕາ ແລະ ນາງ ສຸກພະລັກ ໄດ້ແຕ່ງໜ້າ-ເປຍຜົມເອົາຊຸດນັກຮຽນໃຫ້ ນາງນ້ອຍໃສ່.
ຈາກນັ້ນກໍຖ່າຍວິດີໂອໂປ້ແບບໄລສົດ ໂດຍທ້າວ ເຈິງຢົງສຽງ ໃຫ້ ນາງນ້ອຍ ແກ້ເຄື່ອງ ແລ້ວກໍມີການຮ່ວມເພດກັນ ແລະ ເຕັ້ນໂຊ, ໃຊ້ເວລາຖ່າຍວີດີໂອໂປ້ແບບໄລສົດປະມານ 2 ຊົ່ວໂມງ.
ມື້ຕໍ່ມາ, ທ້າວ ເຈິງຢົງສຽງ ກໍເອົາເງິນໃຫ້ນາງ ສຸກພະລັກ ເປັນຄ່າຕິດຕໍ່ເດັກຍິງມາໃຫ້ຈໍານວນ 200.000 ກີບ ແລະ ເອົາເງິນໃຫ້ນາງນ້ອຍ ຈໍານວນ 400.000 ກີບ ເຊິ່ງໃນໄລຍະດຽວກັນ, ພວກກ່ຽວແມ່ນໄດ້ໄປຮັບນາງນ້ອຍ ເພື່ອໄປຖ່າຍວີດີໂອໂປ້ແບບໄລສົດ ຕາມສະຖານທີ່ຕ່າງໆ ຄື: ເຮືອນພັກ-ຫ້ອງຄາຣາໂອເກະ ແລະ ຕາດ ແຫຼ່ງທ່ອງທ່ຽວແຫ່ງໜຶ່ງຢູ່ເມືອງນາຊາຍທອງ ລວມຈໍານວນ 5 ຄັ້ງ ພາຍຫຼັງທີ່ຖ່າຍສໍາເລັດແລ້ວ ກໍຈ່າຍເງິນໃຫ້ຄັ້ງລະ 100.000-400.000 ກີບ ລວມເງິນທີ່ ນາງນ້ອຍ ໄດ້ຮັບມີຈໍານວນ 1.400.000 ກີບ.
ນັບແຕ່ເດືອນພຶດສະພາ ຫາ ເດືອນ ສິງຫາ 2020 ນາງ ດວງຕາ ແລະ ນາງ ສຸກພາລັກ ໄດ້ ພາກັນຕິດຕໍ່ຫາຍິງສາວໃຫ້ ທ້າວ ເຈິງຢົງສຽງ ຈໍານວນຫຼາຍຄົນ ເພື່ອມາຖ່າຍວີດີໂອໂປ້ແບບໄລສົດຕາມສະຖານທີ່ຕ່າງໆ ເປັນຕົ້ນແມ່ນເຮືອນພັກ, ແຫຼ່ງທ່ອງທ່ຽວ, ຕາມແຄມປ່າ, ສວນຢາງ ຫຼື ບ່ອນລັບສາຍຕາຄົນ.
ເຊິ່ງພາຍຫຼັງທີ່ຕິດຕໍ່ຍິງສາວໄດ້ແລ້ວກໍພາກັນໄປຮັບພວກກ່ຽວ ແລະ ພາກັນແຕ່ງໜ້າ-ເປຍຜົມພ້ອມທັງ ໃຫ້ນຸ່ງຊຸດນັກຮຽນ, ຊຸດໄໝ ແລະ ຊຸດຊາວໜຸ່ມ, ເຊິ່ງແຕ່ລະຄັ້ງແມ່ນຈະໃຊ້ເວລາຖ່າຍທໍາປະມານ 2 ຊົ່ວໂມງ ແລ້ວກໍໄປຖ່າຍຕໍ່ບ່ອນໃໝ່ ແລະ ເມື່ອຖ່າຍສໍາເລັດແລ້ວ ກໍຈະຈ່າຍເງິນໃຫ້ຍິງສາວເຫຼົ່ານັ້ນ.
ຈາກເຫດການທັງໝົດມີຜູ້ຕົກເປັນເຫຍື່ອຄື:
• ນາງ ເອັມມີ້ ຫຼື ແຫຼ້ 1 ຄັ້ງໄດ້ເງິນ 500.000 ກີບ
• ນາງ ຈະຈໍາ 6 ຄັ້ງ ໄດ້ເງິນ 2.100.000 ກີບ,
• ນາງ ພ້ຽວ 1 ຄັ້ງ ໄດ້ເງິນ 400.000 ກີບ
• ນາງ ປຸກກີ້ 1 ຄັ້ງ 500.000 ກີບ
• ນາງ ລຸ້ງເຮືອງ 1 ຄັ້ງ ໄດ້ເງິນ 300.000 ກີບ,
ທັງສອງໄດ້ຕິດຕໍ່ນາງນ້ອຍ ກັບ ນາງຈະຈໍາ ເພື່ອບອກໃຫ້ໄປຖ່າຍວີດີໂອໄລສົດອີກ ໂດຍຄັ້ງນີ້ແມ່ນໃຊ້ເວລາຖ່າຍປະມານ 1 ຊົ່ວໂມງ, ແຕ່ນາງນ້ອຍ ກໍໄດ້ຕອບປະຕິເສດ.
ໄລຍະດຽວກັນ, ນາງດວງຕາ ຍັງໄດ້ຂາຍລົດເກັງຍີຫໍ້ MG ສີເຫຼືອງໝາຍເລກທະບຽນ ກທ 4846 (ທີ່ໃຊ້ເປັນພາຫະນະຖ່າຍທໍາ) ໃຫ້ຜູ້ຊາຍບໍ່ຮູ້ຊື່ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງໃນລາຄາ 65.000.000 ກີບ, ເງິນຂາຍລົດແມ່ນໂອນເຂົ້າບັນຊີ ນາງດວງຕາ 58.000.000 ກີບ, ສ່ວນອີກ 7.000.000 ກີບ ແມ່ນຈ່າຍເງິນສົດໃຫ້ທ້າວ ເຈີງຢົງສ່ຽງ.
ພ້ອມນັ້ນ, ພວກກ່ຽວຍັງໄດ້ໄປຊື້ລົດເກັງຍີ່ຫໍ້ KIA ສີປອນເງິນ ໝາຍເລກທະບຽນ ຄຍ 4456 ແພງ ນະຄອນ ຢູ່ບ້ານດອນຕິ້ວ ເມືອງໄຊທານີ ໃນລາຄາ 70.000.000 ກີບ ແລະ ຊື້ລົດໄດ້ປະມານ 3 ມື້ ນາງຕິກ ອາຍຸ 24 ປີ ຢູ່ເຂດຫຼັກ 16 ເມືອງໄຊທານີ ໄດ້ຕິດຕໍ່ ຍິງສາວໄວ້ໃຫ້ ພ້ອມທັງໃຫ້ຂີ່ລົດໄປຮັບເອົາຜູ້ກ່ຽວ ເພື່ອໄປຖ່າຍວີດີໂອໂປ້ແບບໄລສົດ ເມື່ອສໍາເລັດແລ້ວກໍເອົາເງິນໃຫ້ຜູ້ຍິງດັ່ງກ່າວ 200.000 ກີບ ແລະໃຫ້ນາງຕິກ ເປັນຄ່າຕິດຕໍ່ 100.000 ກີບ ແລະ ກ່ອນທີ່ຈະຕິດຕໍ່ ຍິງສາວທີ່ກ່າວມາຂ້າງເທິງນັ້ນ, ນາງດວງຕາ ແລະ ທ້າວ ເຈິງຍົງສ່ຽງໄດ້ໄປຕິດຕໍ່ເອົາຍິງສາວຢູ່ຮ້ານກິນດື່ມ ເຂດບ້ານຫນອງບຶກ ເມືອງສີໂຄດຕະບອງ ຈໍານວນ 4 ຄົນ ເພື່ອມາຖ່າຍວິດີໂອໄລສົດຢູ່ເຮືອນພັກ ແລ້ວຈ່າຍເງິນໃຫ້ຄົນລະ 400.000 ກີບ.
ວັນທີ 9 ຕຸລາ 2020, ນາງ ນ້ອຍ ແລະ ນາງຈະຈໍາ ໂທຫາ ນາງ ດວງຕາ ວ່າ: ເປັນຫຍັງຈຶ່ງມີຄລິບ ໂປ້ຫຼຸດອອກມາ? ນາງ ດວງຕາຈຶ່ງຖາມ ທ້າວເຈິງຍົງສ່ຽງ, ຜູ້ກ່ຽວຈຶ່ງຕອບວ່າ: ໝູ່ຄົນຈີນຊື່ ທ້າວ ຊຽວລຸນ ອານ ເປັນຄົນລົງແລ້ວຈຶ່ງໄດ້ເອົາເງິນໃຫ້ ນາງ ນ້ອຍ ແລະ ນາງ ຈະຈໍາຈໍານວນ 1.500.000 ກີບໄປແບ່ງກັນຄົນລະ 750.000 ກີບເປັນຄ່າວິດີໂອໂປ້ຫຼຸດອອກຜ່ານສື່ອອນໄລເຟສບຸກ ແລະ ໃນຕອນແລງຂອງມື້ດຽວກັນ, ຫຼັງຈາກຄຼິບວິດີໂອໂປ້ອອກສືອອນໄລ ທ້າວ ເຈິງຢົງສຽງ ກໍພາ ນາງ ດວງຕາ ໜີໄປຢູ່ເຮືອນພັກ ເຂດວັດຖໍ້າພະເມືອງສີ ໂຄດຕະບອງ 1 ຄືນ ແລ້ວກໍພາກັນເດີນທາງໄປວັງວຽງ 1 ຄືນ
ວັນທີ 11 ຕຸລາ 2020, ນາງດວງຕາ ແລະ ທ້າວ ເຈິງຢົງສ່ຽງ ຈຶ່ງໄດ້ຂີ່ລົດໄປຖິ້ມເສື້ອຊາວໜຸ່ມ, ສິ້ນນັກຮຽນ, ຂາຕັ້ງໂທລະສັບ, ເຊືອກມັດຄູ່ ແລະ ເຄື່ອງນຸ່ງຈໍານວນໜຶ່ງຢູ່ວັງວຽງ, ຈາກນັ້ນ, ກໍໄປຖາມຂາຍລົດຢູ່ຮ້ານສ້ອມແປງລົດໃຫຍ່ຢູ່ວັງວຽງ ແຕ່ເຈົ້າຂອງຮ້ານບໍ່ຊື້ ແລະ ທັງສອງກໍພາກັນເດີນທາງໄປແຂວງ ຫຼວງພະບາງ.
ວັນທີ 12 ຕຸລາ 2020, ຈຶ່ງຂາຍລົດໃຫ້ຮ້ານ ຮັບຊື້-ຂາຍລົດມືສອງ ໃນລາຄາ 6.500 ໂດລາ. ຫຼັງຈາກຂາຍລົດແລ້ວ ນາງດວງຕາ ກັບ ທ້າວ ເຈິງຢົງສຽງ ກໍໄດ້ຈ້າງລົດເມໄປແຂວງຫຼວງນໍ້າທາ ແລ້ວໄປພັກຢູ່ເຮືອນພັກ ເຂດຄິວລົດເມ;
ຂະນະດຽວກັນ, ທ້າວ ເຈິງຢົງສຽງ ຍັງ ຊວນ ນາງດວງຕາ ໜີໄປປະເທດຈີນ, ແຕ່ນາງດວງຕາ ບໍ່ໄປເພາະຢ້ານ ທ້າວເຈິງຢົງສຽງຕີ ແລະ ຂ້າຖິ້ມ, ທ້າວ ເຈິງຢົງສ່ຽງ ຈຶ່ງໄດ້ເອົາເງິນໃຫ້ນາງດວງຕາ 500 ໂດລາ ແລະ ເງິນກີບຈໍານວນ 600.000 ກີບ ແລ້ວຈຶ່ງແຍກທາງກັນ.
ຫຼັງຈາກ ທ້າວ ເຈິງຢົງສ່ຽງ ອອກໄປໄດ້ປະມານ 2 ຊົ່ວໂມງ, ຜູ້ກ່ຽວກໍໄດ້ໂທລະສັບຜ່ານວີແຊັດວ່າໃຫ້ເຮົາໄປທາງໃຜທາງມັນ; ນາງດວງຕາ ຈຶ່ງຂໍເງິນເພີ່ມອີກ 2.000 ຢວນ, ແຕ່ຜູ້ກ່ຽວໃຫ້ແຕ່ 1.500 ຢວນ. ນາງ ດວງຕາຈຶ່ງໄປຖອນ ແລະ ແລກເປັນເງິນກີບໄດ້ຈໍານວນ 1.600.000 ກີບ ແລ້ວນາງ ດວງຕາກໍໜີໄປແຂວງບໍ່ແກ້ວ 1 ຄືນ.
ຕອນແລງປະມານ 17:00 ໂມງ ຂອງວັນທີ 15 ຕຸລາ 2020 ຈຶ່ງເດີນທາງມານະຄອນຫຼວງວຽງຈັນ ແລະ ວັນທີ 18 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ນໍາຕົວມາ ສອບສວນ.
ນາງ ດວງຕາງ ໄດ້ຮັບເງິນຈາກ ທ້າວເຈິງຢົງສຽງ ເດືອນລະ 500.000 ກີບ ຫາ 1.000.000 ກີບ ໄດ້ຮັບ 3 ເດືອນ ຄື: ເດືອນເມສາ, ເດືອນພຶດສະພາ ແລະ ເດືອນມິຖນາ; ຕໍ່ມາເດືອນສິງຫາ 2020, ທ້າວເຈິງຍົງສ່ຽງ ເອົາເງິນໃຫ້ ນາງ ດວງຕາ ອີກ 3.000 ຢວນ ເງິນຈໍານວນດັ່ງກ່າວ ແມ່ນຄ່າຕິດຕໍ່ຍິງສາວມາຖ່າຍວີດີໂອໂປ້ໄລລົດ; ສໍາລັບ ນາງ ສຸກພະລັກ ແມ່ນໄດ້ເງິນຄ່າຕິດຕໍ່ຍິງ ສາວໃຫ້ກັບ ທ້າວ ເຈິງຢົງສຽງ ເປັນເງິນທັງໝົດ 1.700.000 ກີບ.
ສ່ວນເງິນທີ່ຮັບໃຊ້ເຂົ້າໃນການຖ່າຍວິດີໂອໂປ້ ແຕ່ລະຄັ້ງ ທ້າວເຈິງຢົງສຽງ ໄດ້ໂອນເງິນເຂົ້າວີແຊັດ ນາງດວງຕາ ແລ້ວຈຶ່ງໂອນເຂົ້າບັນຊີທະນາຄານຄ້າຕ່າງປະເທດລາວ ຂອງນາງດວງຕາ ຈຶ່ງໄປກົດເງິນຢູ່ຕູ້ເອທີເອັມຄັ້ງລະ 2.800.000 ກີບຫາ 6.000.000 ກີບ ແລ້ວ ມອບໃຫ້ທ້າວ ເຈິງຢົງສຽງທັງໝົດ.
+ ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມຫນັກແຫນ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງນາງດວງຕາ ແລະ ນາງສຸກພະລັກ (ຈໍາເລີຍ) ເປັນການກະທໍາຜິດຕໍ່ປະມວນກົດໝາຍ ອາຍາ ມາດຕາ 215 ໃນຂໍ້ກ່າວຫາການຄ້າມະນຸດ, ເປັນການກະທໍາຜິດຕໍ່ສິດ, ເສລີພາບຂອງພົນລະເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ພ້ອມນີ້, ນາງ ດວງຕາ (ຈໍາເລີຍ1) ແລະ ນາງ ສຸກ ພະລັກ (ຈໍາເລີຍ2) ຍັງໄດ້ຮ່ວມກັບທ້າວ ເຈິງຢົງສຽງ ມີເຈດຕະນາຊື້ຈ້າງ, ຈອບອອຍ ນາງນ້ອຍ, ນາງຈະຈໍາ, ນາງລຸ້ງເຮືອງ, ນາງເອັມມີ້, ນາງປຸກກີ້ ແລະ ນາງພ້ຽວ ທີ່ມີອາຍຸຕໍ່າກວ່າ 18 ປີ ດ້ວຍຮູບການວ່າຈະໃຫ້ເງິນຄ່າຈ້າງແຕ່ 100.000 ກີບ ຫາ 800.000 ກີບ ເພື່ອໃຫ້ພວກກ່ຽວຮ່ວມເພດກັບທ້າວ ເຈິງຢົງສຽງ ແລະ ຖ່າຍຮູບ ວິດີໂອການຮ່ວມເພດດັ່ງກ່າວ ແລ້ວເຜີຍແຜ່ໂດຍການໄລສົດທາງໂທລະສັບມືຖືຂອງ ທ້າວເຈີງຢົງສຽງໃຫ້ຄົນຈີນທີ່ຢູ່ປະເທດຈີນເບິ່ງ, ໂດຍຖ່າຍຕາມບ້ານພັກ ແລະ ຕາມ ສະຖານທີ່ຕ່າງໆ ເພື່ອຫາຜົນປະໂຫຍດເຂົ້າໂຕ.
ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານ ອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາຄຸກນາງດວງຕາ (ຈໍາເລີຍ1) ແລະ ນາງ ສຸກພະລັກ (ຈໍາເລີຍ 2) ຜູ້ລະ 15 ປີ ແລະ ປັບໃໝຜູ້ລະ 100.000.000 ກີບ ພ້ອມທັງໃຫ້ພວກຈິ່ງເລີຍຈ່າຍຄ່າປົວແປງຈິດໃຈໃຫ້ໂຈດທາງແພ່ງທີ່ຕົກເປັນເຫຍື່ອ ຜູ້ລະ 20.000.000 ກີບ.
ຕໍ່ກັບ ທ້າວ ເຈິງຢົງສຽງ ທີ່ໄດ້ເອົາຕົວຫຼົບໜີອອກນອກປະເທດ, ທາງເຈົ້າໜ້າທີພວມເລັ່ງຕິດຕາມຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍໃຫ້ໄດ້ໂດຍໄວ.

