ໄລຍະ 2 ຜ່ານມາ ເສດຖະກິດເມືອງດາກຈຶງ ຂະຫຍາຍຕົວໄດ້ 4,1% ຫລື GDP ບັນລຸ 400 ຕື້ກວ່າກີບ

ຕາມການລາຍງານຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ໃນກອງປະຊຸມກາງສະໄໝຄົບຄະນະບໍລິຫານງານພັກເມືອງດາກຈຶງ (ສະໄໝທີ XV) ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 2 ປີເຄິ່ງ 2020 ຫາ 6 ເດືອນຕົ້ນປີ 2022) ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ເສດຖະກິດຂະຫຍາຍຕົວ 4,1% ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸ 400 ຕື້ກວ່າກີບ ເທົ່າກັບ 75,5% ຂອງແຜນ 5 ປີ, ສະເລ່ຍໃສ່ພົນລະເມືອງ 15,9 ລ້ານກີບຕໍ່ຄົນຕໍ່ປີ, ໃນນີ້ຂະແໜງກະສິກຳ ແລະ ປ່າໄມ້ປະຕິບັດໄດ້ 160,89 ຕື້ກີບ ເທົ່າກັບ 54,67%; ອຸດສາຫະກຳ ແລະ ການຄ້າ 99,9 ຕື້ກີບ ເທົ່າກັບ 68,27% ແລະ ຂະແໜງການບໍລິການປະຕິບັດໄດ້ 151,24 ຕື້ກີບ ເທົ່າກັບ 150,05%.
ພ້ອມນີ້, ເມືອງສາມາດລະດົມທຶນຈາກທຸກພາກສ່ວນທົ່ວສັງຄົມເຂົ້າໃນການພັດທະນາໄດ້ 143,6 ຕື້ກີບ ເທົ່າກັບ 56,25%; ເກັບລາຍຮັບເຂົ້າງົບປະມານໄດ້ 14,32 ຕື້ກີບ ເທົ່າກັບ 95,4%; ສົ່ງສິນຄ້າອອກໄດ້ 33,33 ຕື້ກີບ ເທົ່າກັບ 78,42%; ປະຊາຊົນໄດ້ຊົມໃຊ້ກະແສໄຟຟ້າ 46 ບ້ານ ກວມເອົາ 85,18% ແລະ ບ້ານທີ່ມີເສັ້ນທາງເຂົ້າເຖິງສາມາດໄປ-ມາໄດ້ 2 ລະດູມີ 47 ບ້ານ ກວມເອົາ 87,23%. ສ່ວນຂົງເຂດວັດທະນະທຳ-ສັງຄົມກໍ່ມີທ່າອ່ຽງພັດທະນາດີຂຶ້ນ, ອັນພົ້ນເດັ່ນສາມາດສ້າງບ້ານວັດທະນະທຳໄດ້ 37 ບ້ານ; ບ້ານແບບຢ່າງສາທາລະນະສຸກ 54 ບ້ານ; ບ້ານປອດຄະດີ 31 ບ້ານ; ບ້ານປອງດອງສາມັກຄີ 25 ບ້ານ; ບ້ານປ້ອງກັນຊາດເຂັ້ມແຂງໄດ້ 8 ບ້ານ ແລະ ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 10 ບ້ານ.
ທ່ານຮອງເຈົ້າເມືອງດາກຈຶງ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ຜັນຂະຫຍາຍ ແລະ ປະຕິບັດບັນດາຄາດໝາຍສູ້ຊົນຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XV ຂອງອົງຄະນະພັກເມືອງວາງອອກ, ກໍຄື ການຜັນຂະຫຍາຍມະຕິ XI ຂອງສູນກາງພັກ, ມະຕິ X ຂອງອົງຄະນະພັກແຂວງໃຫ້ປະກົດຜົນເປັນຈິງ; ຄະນະພັກ-ອົງການປົກຄອງເມືອງດາກຈຶງ ຈະໄດ້ສຸມໃສ່ນໍາພາ-ຊີ້ນໍາ ແລະ ສຸມທຸກກຳລັງແຮງເຂົ້າໃນການພັດທະນາພື້ນຖານໂຄງລ່າງ; ການຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເປັນສິນຄ້າ ຕິດພັນກັບການບໍລິການຄ້າຂາຍ ເພື່ອເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ ເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

