ເປີດປະຫວັດລາຊີນີອາລິຊາເບດທີ 2 ແຫ່ງສະຫະລາຊະອານາຈັກອັງກິດ

ຂ່າວການສະຫວັນນະຄົດຂອງລາຊີນີອາລິຊາເບດທີ 2 ໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ຄົນທົ່ວໂລກ ໂດຍສົມເດັດພະລາຊີນີອາລິຊາເບດທີ 2 ແຫ່ງສະຫະລາຊະອານາຈັກອັງກິດ ຫລື ພະລາຊີນີ ອາລິຊາເບດທີ 2 (Queen Elizabeth II) ໄດ້ສິ້ນພະຊົນໃນອາຍຸ 96 ພັນສາ ທີ່ພະລາຊະວັງ Balmoral ສະກອັດແລນ ໃນວັນທີ 8 ກັນຍາ 2022 ຕາມເວລາທ້ອງຖິ່ນ.
ລາຊີນີອາລິຊາເບດ ພະອົງຖືໄດ້ວ່າເປັນກະສັດທີ່ຄອງລາດດົນທີ່ສຸດໃນອັງກິດ ແລະ ອັນດັບສອງຂອງໂລກ. ເຊິ່ງເຈົ້າຊາຍCharles ຜູ້ເປັນລູກຄົນທໍາອິດຂອງລາຊີນີ ຈະໄດ້ຂຶ້ນເປັນກະສັດທັນທີຫລັງຈາກລາຊີນີ ອາລິຊາເບດທີ 2 ສະຫວັນນະຄົດແລ້ວ.
+ ປະຫວັດຂອງ ລາຊີນີອາລິຊາເບດ ທີ 2 ຂອງລາຊະວົງອັງກິດ:
– ພະລາຊີນີ ອາລິຊາເບດທີ 2 ເກີດໃນວັນທີ 21 ເມສາ ປີ 1926 ທີ່ເມືອງ ເມແຟ ກຸງລອນດອນ, ລາຊີນີອາລິຊາເບດ ເປັນລູກສາວກົກຂອງກະສັດຈອດທີ 6 (George VI) ດຸກແຫ່ງຢອກ ກັບ ລາຊີນີອາລິຊາເບດ ໂບເວສ-ໄລອອນ (Lady Elizabeth Bowes-Lion) Duchess ແຫ່ງຢອກ.
– ເຈົ້າຍິງອາລິຊາເບດໃນເມື່ອກ່ອນເອີ້ນວ່າ ເຈົ້າຍິງ ອາລິຊາເບດ ອາເລັກຊານດ້າ ແມລີ່ ວິນສັນ (Elizabeth Alexandra Mary Windsor)
– ລາຊິນີເອລີຊາເບັດ ເລີ່ມປະຕິບັດໜ້າທີ່ຂອງກະສັດຕອນອາຍຸຍັງນ້ອຍ ແລະ ໄດ້ດຳລົງຕຳແໜ່ງເປັນພັນເອກຂອງກອງບັນຊາການທະຫານບົກ.
– ເມື່ອລາຊີນີອາລິຊາເບດອາຍຸໄດ້ 16 ພັນສາ ພະອົງໄດ້ປະຕິບັດຫນ້າທີ່ຕໍາແຫນ່ງຕ່າງໆ. ກ່ຽວກັບເດັກນ້ອຍ ແລະ ໄວຫນຸ່ມ.
– ເມື່ອລາຊີນີອາຍຸໄດ້ 18 ພັນສາ ກໍໄດ້ຖືກແຕ່ງຕັ້ງເປັນທີ່ປຶກສາຂອງລັດຖະບານແລະໄດ້ເລີ່ມຕົ້ນປະຕິບັດຫນ້າທີ່ເພື່ອສືບທອດບັນລັງ, ຫຼັງຈາກສົງຄາມໂລກຄັ້ງທີສອງ ພະອົງໄດ້ຖືກແຕ່ງຕັ້ງເປັນຮອງຜູ້ບັນຊາການທະຫານ.
– ມາໃນປີ 1952 ລາຊີນີອາລິຊາເບດທີ 2 ໄດ້ຂຶ້ນຄອງລາດ ຫຼັງຈາກການເສຍຊີວິດຂອງກະສັດຈອດ (George VI) ພໍ່ຂອງລາຊີນີອາລິຊາເບດທີ 2, ພະອົງຂຶ້ນຄອງລາດໃນຊ່ວງສຸດທ້າຍຂອງຈັກກະວັດອັງກິດ,ພ້ອມຮັບມືກັບຄວາມວຸ້ນວາຍທົ່ວໂລກ ແລະ ເລື່ອງຕ່າງໆພາຍໃນປະເທດ ແລະ ຍັງໄດ້ເຮັດໃຫ້ສະຖາບັນກະສັດມີຄວາມທັນສະໄໝຂຶ້ນ.
– ການຂຶ້ນຄອງລາດຊະບັນຊາຂອງລາຊີນີອາລິຊາເບດ ທີ 2 ໄດ້ຈັດຂຶ້ນໃນໜຶ່ງປີຕໍ່ມາ ໃນວັນທີ 2 ມິຖຸນາ 1953 ໃນອາຍຸ 27 ພັນສາ ທີ່ມະຫາວິຫານເວສມິນເຕີ.
– ລາຊີນີອາລິຊາເບດທີ 2 ປົກຄອງສະຫະລາດຊະອານາຈັກ ແລະ 14 ອານາຈັກອື່ນໆໃນລັດວິສາມັນຂອງອັງກິດ ແລະ ເປັນຜູ້ຍິງທີ່ຫລາຍຄົນຮູ້ຈັກຫລາຍທີ່ສຸດເທົ່າທີ່ເຄີຍມີມາ.
ລາຊີນີອາລິຊາເບດທີ 2 ໄດ້ປະກາດແຕ່ງງານກັບຮ້ອຍໂທ Phillips Mountbatten ຫລື ເຈົ້າຊາຍຟີລິບ ໃນອາຍຸ 21 ປີ ໃນວັນທີ 20 ພະຈິກ 1947, ໄດ້ຈັດພິທີແຕ່ງງານຢູ່ທີ່ ເວສມິນເຕີແອບບີ (Westminster Abbey) ແລະ ຮ້ອຍໂທຟີລິບກໍໄດ້ດໍາລົງຕໍາແໜ່ງດຸກແຫ່ງ Edinburgh.
ເຈົ້າຊາຍຟີລິບ ແລະ ລາຊີນີ ອາລິຊາເບດມີທາຍາດຮ່ວມກັນ 4 ຄົນຄື:
– ລູກຊາຍກົກແມ່ນເຈົ້າຊາຍ ຊາລ ເກີດໃນປີ 1948.
– ເຈົ້າຍິງ ແອນ ພະທິດາອົງດຽວ ເກີດໃນປີ 1950.
– ເຈົ້າຊາຍ ແອນດິວ ລູກຊາຍທີສອງ ເກີດໃນປີ 1960.
– ເຈົ້າຊາຍ ເອັດເວີດ ລູກຊາຍຫລ້າ ເກີດໃນປີ 1964.
ແລະ ມີຫລານ 8 ຄົນ ແລະ ເຫລນ 12 ຄົນ.
ເຈົ້າຊາຍຟີລິບ ຫລື ດຸກແຫ່ງເອດິນບະລະ (Duke of Edinburgh) ສະຫວັນນະຄົດໃນວັນທີ 9 ເມສາ ປີ 2021 ລວມອາຍຸ 99 ພັນສາ, ໄດ້ສ້າງຄວາມໂສກເສົ້າ ສະເທືອນໃຈໄປທົ່ວປະເທດ ລວມເຖິງລາຊີນີອາລິຊາເບດທີ 2 ເຊັ່ນກັນ, ເນື່ອງຈາກທັງສອງພະອົງໄດ້ຄອງຮັກກັນມາດົນເປັນເວລາກວ່າ 7 ທົດສະວັດ.
ໜຶ່ງປີຕໍ່ມາ ລາຊີນີອາລິຊາເບດທີ 2 ກໍໄດ້ປະກົດຕົວດ້ວຍທ່າທີສົດໃສໃນຂະນະທີ່ເບິ່ງການເດີນຂະບວນຂອງກອງກຽດຕິຍົດ ໃນໂອກາດທີ່ພະອົງຄອງລາດ ຄົບຮອບ 70 ປີ ແລະ ໄດ້ເລືອກທີ່ຈະສະເຫຼີມສະຫຼອງວັນເກີດຄົບຮອບ 96 ປີຂອງພະອົງແບບສ່ວນຕົວພ້ອມໜ້າລາຊະວົງທີ່ພະລາຊະວັງ ຊານດິງແຮມ (Sandringham) ໃນຊົນນະບົດນໍຟອກ (Norfolk).
ອາການປ່ວຍຂອງພະລາຊະວັງຂອງລາຊີນີອາລິຊາເບດທີ 2
ລາຊະສຳນັກວັງບັກກິງແຮມ ໄດ້ປະກາດວ່າ: ທີມແພດໄດ້ກວດຮ່າງກາຍຂອງ ລາຊີນີອາລິຊາເບດທີ 2 ແລະ ໄດ້ປະເມີນສຸຂະພາບຢ່າງໃກ້ຊິດໃນຕອນເຊົ້າ ເຫັນວ່າພະອົງຄວນຈະຢູ່ພາຍໃຕ້ການເບິ່ງແຍງຢ່າງໃກ້ຊິດຂອງທ່ານຫມໍ ແລະ ລະເວັ້ນການປະຕິບັດຫນ້າທີ່ຕໍາແຫນ່ງທັງຫມົດ ແຕ່ພະອົງຈະຢູ່ໃນພະລາຊະວັງ Balmoral ໃນ Scotland ໂດຍບໍ່ຈໍາເປັນຕ້ອງໄປໂຮງຫມໍ ໂດຍຖະແຫຼງການຂອງພະລາຊະວັງ Buckingham ຍັງໄດ້ປະຕິເສດຂ່າວທີ່ອອກມາກ່ອນໜ້ານີ້ເລື່ອງຂອງ ລາຊີນີອາລິຊາເບດທີ 2 ໄດ້ຮັບບາດເຈັບຈາກການລົ້ມນັ້ນບໍ່ແມ່ນຄວາມຈິງ.
ເຊິ່ງກ່ອນໜ້ານີ້ລາຊີນີອາລິຊາເບດທີ 2 ໄດ້ງົດການປະຕິບັດພາລະກິດຂອງຕໍາແໜ່ງເກືອບທັງໝົດ, ລວມທັງງົດການເຂົ້າຮ່ວມກອງປະຊຸມໂລກຮ້ອນ COP26 ທີ່ສະຫະລາຊະອານາຈັກເປັນຄົນຈັດຂຶ້ນ ທີ່ເມືອງ Glasgow ໃນເດືອນ ຕຸລາ ຂອງປີ 2021 ຜ່ານມາ ແລະ ງົດການເຂົ້າຮ່ວມກອງປະຊຸມສະພາຂອງສະຫະລາຊະອານາຈັກໃນເດືອນພຶດສະພາທີ່ຜ່ານມາ.
ແນວໃດກໍຕາມ ລາຊີນີອາລິຊາເບດທີ 2 (Queen Elizabeth II) ແມ່ນເປັນປະມຸກລັດທີ່ຄອງລາດຍາວນານທີ່ສຸດໃນປະຫວັດສາດອັງກິດ. ແລະ ເປັນທີສອງຂອງໂລກຮອງຈາກຈາກກະສັດຫລຸຍທີ 14 (Louis XIV) ຂອງຝຣັ່ງຜູ້ທີ່ໄດ້ປົກຄອງເປັນເວລາ 72 ປີ.

