USB 4 ເວີຊັ່ນ 2.0 ຈະມີຄວາມໄວສູງສຸດ 80 Gbps ກຽມຂຶ້ນເປັນໜຶ່ງໃນພອດທີ່ໄວທີ່ສຸດ

ພອດ USB ລຸ້ນຕໍ່ໄປອາດຈະເປັນໜຶ່ງໃນພອດທີ່ໄວທີ່ສຸດໃນໂລກ ໂດຍຂໍ້ມູນຂອງກຸ່ມ USB Promoter ກ່າວວ່າ USB 4 ເວີຊັ່ນ  2.0 ຈະມີຄວາມໄວສູງສຸດເຖິງ 80 Gbps, ເຊິ່ງເປັນສອງເທົ່າຂອງຄວາມໄວຂອງ USB 4 ທີ່ມີຢູ່ໃນປະຈຸບັນ

ຂໍ້ມູນທາງເທັກນິກຈາກ USB Implementers Forum ທີ່ຄວບຄຸມມາດຕະຖານຂອງ USB ຍັງບໍ່ທັນໄດ້ເປີດເຜີຍຢ່າງເປັນທາງການ ​ແຕ່​ລາຍ​ລະ​ອຽດ​ທີ່​ໄດ້​ເປີດ​ເຜີຍ​ມາ​ຮອດ​ປະຈຸ​ບັນ​ແມ່ນ​ເປັນສິ່ງທີ່ໜ້າສົນໃຈ ໃນການຖະແຫລ່ງຂ່າວຂອງກຸ່ມ USB Promoter ກ່າວວ່າ ສາຍ USB 4.0 ເວີຊັ່ນ 2 ຈະໃຊ້ພອດ USB-C ທີ່ມີຄວາມໄວສູງສຸດໃນການເຊື່ອມຕໍ່ 80 Gbps.

ໂຈ ບາລິຊ ໂຄສົກຂອງ USB-IF ໄດ້ຢືນຢັນວ່າ ສາຍ USB 4 ໃນຕອນນີ້ສາມາດເພີ່ມຄວາມໄວໄດ້ໃນອະນາຄັດ ແລະ ຈະເປີດຕົວສາຍ USB ໃໝ່ກ່ອນງານພົບປະນັກພັດທະນາ USB DevDays ທີ່ຈະເກີດຂຶ້ນໃນເດືອນພະຈິກນີ້