ຄຸນນະສົມບັດຫຼັກ ແລະ ຄຸນປະໂຫຍດຂອງໂປແກຼມCRM

ລະບົບ CRM(Customer Relationship Management) ລະບົບອອກແບບເພື່ອຊ່ວຍວຽກໃຫ້ແກ່ລະດັບຜູ້ບໍລິຫານອົງກອນງ່າຍໃນການຄຸ້ມຄອງຕິດຕາມວຽກໃນອົງກອນ ເປັນຕົ້ນແມ່ນ ການວາງແຜນທິດທາງແຜນການດໍາເນີນທຸລະກິດ, ການຄຸ້ມຄອງບໍລິຫານບຸກຄະລາກອນໃນອົງການ ແລະ ລວມທັງວຽກງານດູແລລູກຄ້າຂອງຂອງບໍລິສັດ ເຊິ່ງຈະຊ່ວຍໃຫ້ໄດ້ຫຼາຍໃນການຕິດຕາມແລະດູແລລູກຄ້າຮັກສາລູກຄ້າ ແລະ ຮູ້ໄດ້ພຶດຕິກໍາຄວາມມັກຂອງລູກຄ້າໃນເວລາໃຊ້ສິນຄ້າ ຫຼື ບໍລິການຂອງບໍລິສັດ ສ້າງຄວາມພໍໃຈແກ່ລູກຄ້າສາມາດກັບມາໃຊ້ບໍລິການນັ້ນໆຂອງເຮົາ.

ຄຸນນະສົມບັດຫຼັກຂອງຊອບແວ CRM: ໂປແກຼມ CRM ມີຫຼາຍຟັງຊັ້ນທີ່ແຕກຕ່າງກັນ ແລະ ເນັ້ນສຸມໃສ່ຟັງຊັ້ນດັ່ງຕໍ່ໄປນີ້:

  • ການຄຸ້ມຄອງລູກຄ້າ ລວມມີການຄຸ້ມຄອງຂໍ້ມູນ, ການເຮັດທຸລະກຳ, ໃບສະເໜີລາຄາ, ສັນຍາ.
  • ໂປແກຼມ CRM ດູແລລູກຄ້າຢ່າງມີປິສິດຕິພາບ.
  • ສ້າງແບນສິນການຄ້າບໍລິສັດ, ການວາງແຜນແບນໃນໃຈຂອງລູກຄ້າ.
  • ສ້າງການໂຄສະນາການຕະຫຼາດແບບອັດຕະໂນມັດ: Email marketing, Sms marketing ແບບມືອາຊີບ.
  • ໂປແກຼມ CRM ດີທີ່ສຸດຈະຊ່ວຍເພີ່ມຄວາມສອດຄ່ອງລະຫວ່າງພະແນກຕ່າງໆ.
  • ເພີ່ມປະສິດທິພາບດ້ານແຮງງານຂອງພະນັກງານ, ຫຼຸດເວລາໃນລົງນາມສັນຍາ.

ຜົນປະໂຫຍດຂອງໂປແກຼມ CRM:

  • ເພີ່ມປະສິດທິພາບໃນການເຮັດວຽກ, ຕິດຕາມຄວາມຄືບໜ້າໃນການເຮັດວຽກຂອງພະນັກງານ

ໂປແກຼມ CRM ຈະຊ່ວຍໃຫ້ທຸລະກິດ ປ່ຽນຂັ້ນຕອນການເຮັດເຮັດການຕະຫຼາດດ້ວຍມື.ບໍ່ພຽງແຕ່ເທົ່ານັ້ນ, CRM ຍັງມີເຄື່ອງມືການຕະຫຼາດອັດຕະໂນມັດທີ່ຊ່ວຍໃຫ້ທຸລະກິດຕອບໂຕ້ກັບລູກຄ້າໄດ້ຢ່າງງ່າຍດາຍເມື່ອບໍ່ມີບຸກຄະລາກອນທີ່ພຽງພໍ.

ການກຳນົດເວລາສຳເລັດວຽກງານ ແມ່ນມີຄວາມສຳຄັນຫຼາຍໃນຈັດຕັ້ງປະຕິບັດການໂຄສະນາດູແລລູກຄ້າ.ດັ່ງນັ້ນ, ດ້ວຍການປ້ອນຂໍ້ມູນເຊັ່ນ: ການນັດໝາຍ, ຕາຕະລາງການປະຊຸມ, ວຽກງານທີ່ສຳຄັນ.ຈາກນັ້ນ, ຊອບແວ CRM ຈະມີການຄາດຄະເນກ່ຽວກັບການສຳເລັດໂຄງການ.ຊອບແວຈະເຕືອນທ່ານໃຫ້ໂທເຂົ້າຫາລູກຄ້າ, ແຈ້ງໃຫ້ທ່ານຊາບກ່ຽວກັບຂໍ້ມູນວັນເກີດຂອງລູກຄ້າ ເພື່ອໃຫ້ທ່ານສາມາດສົ່ງຄວາມອວຍພອນ.ຈາກນັ້ນມັນເປັນໄປໄດ້ທີ່ຈະສ້າງຄວາມສຳພັນທີ່ເລິກເຊິ່ງກັບລູກຄ້າ

  • ຄຸ້ມຄອງແຕ່ລະພະແນກການຢ່າງງ່າຍດາຍ

ໃນເວລາທີ່ພົວພັນກັບຫຼາຍຮ້ອຍຄົນ, ເຖິງແມ່ນວ່າລູກຄ້າຈະຫຼາຍພັນຄົນການຈັດຕັ້ງ ແລະ ການຄຸ້ມຄອງຈະມີຄວາມຫຍຸ້ງຍາກຫຼາຍ, ສັບສົນ ແລະ ໃຊ້ເວລາຫຼາຍ ຖ້າທ່ານບໍ່ມີເຄື່ອງມືສະໜັບສະໜູນທີ່ດີແທ້ໆ.ໂປແກຼມ CRM ຂອງ Unitelໄດ້ເກີດມາເພື່ອຊ່ວຍໃຫ້ທຸລະກິດຂອງທ່ານ ສາມາດຈັດການຂໍ້ມູນລູກຄ້າໄດ້ງ່າຍດາຍ, ພະນັກງານຕ້ອງການພຽງແຕ່ໃສ່ຂໍ້ມູນຂອງລູກຄ້າເຂົ້າໃນໂປແກຼມ ແລະ ຕິດຕາມຂໍ້ມູນລູກຄ້າໂດຍການຄົ້ນຫາ, ລາຍງານລາຍລະອຽດ, ເຂົ້າໃຈງ່າຍ.

  • ເພີ່ມໂອກາດໃນການຂາຍ

ໂອກາດການຂາຍຈະມາສູ່ທຸລະກິດຂອງທ່ານຫຼາຍຂື້ນເມື່ອທ່ານມີມຸມມອງກ່ຽວກັບລູກຄ້າທີ່ສົມບູນແບບທີ່ສຸດ, ຕິດຕາມຄວາມຄືບໜ້າໃນການເຮັດວຽກໃນໂປແກຼມ CRM.ກັບລູກຄ້າທ່ານສາມາດມີໂອກາດຫຼາຍ ພວກເຂົາຈະກັບມາ, ນີ້ກໍ່ຊ່ວຍໃຫ້ທ່ານຫຼຸດຜ່ອນຄ່າໃຊ້ຈ່າຍໃນການໂຄສະນາເພື່ອຊອກຫາລູກຄ້າໃໝ່ ແຕ່ລູກຄ້າໃໝ່ຈະມາຈາກລູກຄ້າເກົ່າ.

ມັນແມ່ນຄວາມຈິງທີ່ວ່າ CRM ແມ່ນທ່າອ່ຽງການຄຸ້ມຄອງໃນຊຸມປີຕໍ່ໜ້າ, ຄວາມເຂົ້າໃຈກ່ຽວກັບຜົນປະໂຫຍດຂອງໂປແກຼມ CRM ສຳລັບທຸລະກິດຈະຊ່ວຍໃຫ້ CEO ປະຢັດເງິນຫຼາຍຕື້ກີບ ໃຫ້ບໍລິສັດຂອງພວກເຂົາ, ຫຼຸດຜ່ອນຄວາມຢ້ານກົວທີ່ຈະລືມລູກຄ້າເກົ່າ.