ເທນຮາກ ພໍໃຈຜົນງານ ທີ່ ແມນຢູ ສາມາດເກັບໄຊ ໄດ້ 3 ນັດຕິດ ຫລັງບຸກໄປຊະນະ ເລສເຕີ ເຖິງຖິ່ນ

ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ສະແດງຄວາມພໍໃຈກັບ ຜີສາດແດງ ທີ່ປະສົບຄວາມສຳເລັດເກັບໄປຊະນະ 3 ນັດຕິດຕໍ່ກັນ ຫລັງເອົາຊະນະ ເລສເຕີ ຊິຕີ້ 1-0 ໃນເກມເມື່ອຄືນວັນພະຫັດ ທີ 1 ກັນຍາທີ່ຜ່ານມາ ແຕ່ຊີ້ວ່າຍັງມີສິ່ງທີ່ຕ້ອງ ໄດ້ຮັບການແກ້ໄຂອີກ.
ເທນຮາກ ຄູຝຶກຊາວໂຮນລັງກ່າວວ່າ ທີມຍັງມີບ່ອນຫວ່າງທີ່ຕ້ອງປັບປຸງຫລາຍ, ໂດຍສະເພາະການຍິງປະຕູອາດຈະໄດ້ຫລາຍກວ່າຫນຶ່ງປະຕູໃນເກມຢູ່ທີ່ສະຫນາມກິລາ ຄິງພາວເວີ, ແຕ່ຢ່າງຫນ້ອຍພວກເຂົາສາມາດຮັກສາບໍ່ໃຫ້ເສຍປະຕູໄດ້, ມັນເປັນຜົນງານທີ່ຫນ້າປະທັບໃຈ.
“ມັນເປັນການກ້າວໄປທາງໜ້າທີ່ດີຕໍ່ໄປ. ສະນັ້ນຂ້ອຍມີຄວາມສຸກ ພວກເຮົາສະແດງໃຫ້ເຫັນຈິດໃຈຂອງທີມງານ, ພວກເຮົາຕ້ອງການ 11 ຜູ້ຫລິ້ນໃນສະຫນາມທີ່ມີຄວາມພ້ອມທີ່ຈະຕໍ່ສູ້ເພື່ອກັນ ແລະ ກັນ, ພວກເຮົາໄດ້ປະຕູຈາກການຫລິ້ນເປັນທີມ.”
“ເຖິງຢ່າງນັ້ນ, ພວກເຮົາຍັງຕ້ອງພັດທະນາອີກ. ແຕ່ມັນເປັນເລື່ອງປົກກະຕິສໍາລັບການເລີ່ມຕົ້ນຂອງລະດູການ. ມີຫລາຍຈຸດທີ່ພວກເຮົາຍັງຕ້ອງພັດທະນາ. ຖ້າພວກເຮົາຕັດສິນໃຈໄດ້ດີ ພວກເຮົາອາດຈະໄດ້ປະຕູທີສອງ. ພວກເຮົາຕ້ອງມີຄວາມດຸດັນຫຼາຍກວ່ານີ້.”
“ຈາດອນ ມີ ພຣີຊີຊັນ ທີ່ດີ ແລະ ເຈົ້າເຫັນໄດ້ວ່າເຂົາສາມາດສ້າງຄວາມແຕກຕ່າງໄດ້. ແຕ່ລວມແລ້ວພວກເຮົາທັງທີມສາມາດສ້າງຄວາມແຕກຕ່າງໄດ້ເຊັ່ນກັນ. ຂ້າພະເຈົ້າຄິດວ່າມັນເປັນເປົ້າຫມາຍຂອງທີມທີ່ດີ. ຂ້ອຍມີຄວາມສຸກກັບການທີ່ບໍ່ເສຍປະຕູ. ແລະ ພວກເຮົາຫລິ້ນຮ່ວມກັນຢ່າງມີພະລັງເຊິ່ງມັນເຮັດໃຫ້ເຮົາປະສົບຜົນສໍາເລັດ.”
“ພວກເຮົາຕ້ອງການທີມທີ່ດີ. ແລະ ພວກເຮົາຕ້ອງການຜູ້ຫລິ້ນຈໍານວນຫລາຍ. ພວກເຮົາຕ້ອງຫລິ້ນຫລາຍເກມ ທັນທີທີ່ ຄຮີສເຕຍໂນ ໂຣນັລໂດ້ ແລະ ຄາເຊມິໂຣ ຟິດຫລາຍກວ່ານີ້ ພວກເຮົາຈະດີຂຶ້ນ,” ເທນຮາກ ກ່າວກ່ຽວກັບການທຸ້ມເງິນຢ່າງຫນັກໃນຕະຫລາດ.
“ເຮົາໄດ້ເຫັນການຝຶກຊ້ອມຂອງ ອັນໂຕນີ ແລ້ວ ແລະ ລາວພ້ອມແລ້ວສໍາລັບເກມວັນອາທິດນີ້. ເມື່ອເຮົາມີໂອກາດຕ້ອງຍິງປະຕູໃຫ້ໄດ້. ແຕ່ຂ້ອຍຄິດວ່າພວກເຮົາໃກ້ຈະສ້າງທີມແລ້ວໆຕອນນີ້.”
“ເກມວັນອາທິດນີ້ຈະເປັນການທົດສອບທີ່ແທ້ຈິງສໍາລັບພວກເຮົາ. ພວກເຮົາຕ້ອງຫລິ້ນໃຫ້ດີ, ພວກເຮົາຮູ້ສິ່ງນັ້ນດີ ແລະ ພວກເຮົາຕ້ອງຖ້າເບິ່ງວ່າພວກເຮົາຈະເຮັດໄດ້ດີປານໃດ.”

