ແມນຢູ ເປີດໂຕ ຄາເຊມິໂຣ ຕໍ່ໜ້າແຟນບານໃນ ໂອລແທຣັຟຟອດ ກ່ອນເກມແດງເດືອດກັບ ລິເວີພູລ

ຄາເຊມີໂຣ ກອງກາງຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ຊູເສື້ອເປີດໂຕຢ່າງເປັນທາງການຕໍ່ໜ້າແຟນບານທີ່ສະໜາມ ໂອລ ເທຣັຟຟອດ ກ່ອນການແຂ່ງຂັນກັບ ຫົງແດງ ລິເວີພູລ ຫລັງຈາກບັນລຸຂໍ້ຕົກລົງຍ້າຍຈາກ ຣຽວ ມາດຣິດ.

ຜີສາດແດງປິດດີລຄວ້າຕົວກອງກາງຕົວເກັ່ງຈາກ ລາຊັນຊຸດຂາວ ດ້ວຍຄ່າຕົວທັງໝົດ 70 ລ້ານປອນ ແບ່ງເປັນຄ່າຕົວເບື້ອງຕົ້ນ 60 ລ້ານປອນ ແລະ ຄ່າແອດອອນເພີ່ມອີກ 10 ລ້ານປອນ, ນັກເຕະໄດ້ເຊັນສັນຍາເຖິງປີ 2026 ໂດຍມີທາງເລືອກຂະຫຍາຍສັນຍາອອກໄປອີກ 1 ປີ.

ລ່າສຸດ, ຫ້ອງເຄື່ອງຂອງທີມຊາດບຣາຊິນ ໄດ້ເປີດໂຕຕໍ່ໜ້າແຟນບານໃນໂຮງລະຄອນແຫ່ງຄວາມຝັນ. ​ແຕ່​ການໂຟກັສ​ຂອງ​ແຟນບານສ່ວນໃຫຍ່ແມ່ນ​​ສຸມ​ໃສ່​ການ​ຂັບ​ໄລ່​ເຈົ້າ​ຂອງ​ສະ​ໂມ​ສອນ​ຊາວ​ອາ​ເມ​ລິ​ກາ. ທ່າມກາງສຽງຮ້ອງວ່າ ‘ພວກເຮົາຕ້ອງການ ‘We want Glazers out’ ດັງຂຶ້ນທົ່ວສະໜາມ.

ດ້ານ ຄາເຊມິໂຣ ໄດ້ເປີດໃຈເຖິງການຍ້າຍທີມຜ່ານເວັບໄຊທ໌ຂອງສະໂມສອນວ່າ “ນີ້​ແມ່ນ​ໂອ​ກາດ​ທີ່​ຈະ​ເລີ່ມ​ຕົ້ນຄວາມ​ທ້າ​ທາຍ​ຄັ້ງໃໝ່​ຢູ່ທີ່ ແມນເຊັສເຕີ ຢູໄນເຕັດ ແລະ ​ໃນ ພຣີເມຍລີກ ມັນຕື່ນເຕັ້ນທີ່ສຸດ.”