ຈີນ ຈະໄຂກອງປະຊຸມໃຫຍ່ຂອງພັກ ໃນເດືອນ ຕຸລາ ທີ່ຈະມາເຖິງ

ວິທະຍຸ ໂທລະພາບສູນກາງຂອງຈີນ(CCTV) ລາຍງານເມື່ອວັນທີ 30 ສິງຫາ 2022 ນີ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມິວນິດຈີນ ຈະໄຂຂຶ້ນໃນວັນທີ 16 ຕຸລາ ທີ່ຈະມາເຖິງນີ້ ຢູ່ທີ່ປັກກິ່ງ.
ກອງປະຊຸມໃຫ່ຍຂອງພັກເປັນເຫດການການເມືອງທີ່ສຳຄັນ ຊຶ່ງຈະໄດ້ຈັດຂຶ້ນໃນຂະນະທີ່ທົ່ວພັກ ທົ່ວປວງຊົນບັນດາເຜົ່າກ້າວເຂົ້າສູ່ຍຸກໃໝ່ແຫ່ງການກໍ່ສ້າງ ແລະ ພັດທະນາສັງຄົມນິຄົມທີ່ທັນສະໄໝ.
ຄາດວ່າກອງປະຊຸມຄັ້ງນີ້ຈະມີຜູ້ແທນເຂົ້າຮ່ວມທັງໝົດປະມານ 2.300 ສະຫາຍ ແລະ ຈະປ່ອນບັດຄັດເລືອກເອົາກຳມະການສູນກາງພັກທັງໝົດ 200 ສະຫາຍ. ຫຼັງຈາກນັ້ນກຳມະການສູນກາງພັກຈະປ່ອນບັດຄັດເລືອກເອົາກົມການເມືອງ 25 ສະຫາຍ ແລະ ຄະນະປະຈຳຈຳນວນ 7 ສະຫາຍ.
ກອງປະຊຸມໃຫຍ່ຂອງພັກຈະຈັດຂຶ້ນ 5 ປີໃດເທື່ອໜຶ່ງ. ກອງປະຊຸມໃຫ່ຍຂອງພັກຖືວ່າເປັນການເຄື່ອນໄຫວຊີວິດການເມືອງທີ່ສຳຄັນຂອງຈີນ.

